• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມານະພະຍມານະພະຍາຍາມໜູນຊ່ວຍຊາວຫວຽດນາມ ອາໄສຢູ່ກຳປູເຈຍ ພວມປະຕິບັດການແຍກຕົວເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

      ການເຮັດວຽກກັບອຳນາດການປົກຄອງ ແລະ ກຳລັງຜັນຂະຫຍາຍປະຕິບັດການແຍກຕົວຕາແສງ Prey Tamlop, ຄະນະປະຕິບັດງານ ໄດ້ສະເໜີໃຫ້ຜູ້ຕາງໜ້າອຳນາດການປົກຄອງແຂວງ Kandal ສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ປະຊາຊົນ, ໃນນັ້ນມີພໍ່ແມ່ປະຊາຊົນເຊື້ອຊາດຫວຽດນາມ.
ທ່ານເຈົາວັນຈີ ປະທານສະມາຄົມຂະແມ ຫວຽດນາມ ປະຈຳກຳປູເຈຍມອບຂອງຂວັນໃຫ້ແກ່ພໍ່ແມ່ປະຊາຊົນ
ໃນລະຫວ່າງວັນທີ 14 – 15 ມີນາ, ຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ແລະ ສະມາຄົມຂະແມ ຫວຽດນາມ ປະຈຳ ກຳປູເຈຍ ໄດ້ລົງໄປບັນດາແຂວງ Kandal ແລະ Prey Veng ຊຶ່ງເປັນບ່ອນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 150 ຄົນ, ໃນນັ້ນ ມີ 10 ຄົນແມ່ນເຊື້ອຊາດ ຫວຽດນາມ. ຄະນະປະຕິບັດງານ ພ້ອມກັບບັນດາຜູ້ໃຈບຸນໃຈກູ້ສົນ ໄດ້ມອບສະບຽງອາຫານນັບສີບໂຕນ ເພື່ອແຈກຢາຍກູ້ຊ່ວຍພໍ່ແມ່ປະຊາຊົນຊາວ ຂະແມ ເຊື້ອຊາດ ຫວຽດນາມ ຢູ່ຕາແສງ Prey Veng
            ທີ່ການເຮັດວຽກກັບອຳນາດການປົກຄອງ ແລະ ກຳລັງຜັນຂະຫຍາຍປະຕິບັດການແຍກຕົວຕາແສງ Prey Tamlop, ຄະນະປະຕິບັດງານ ໄດ້ສະເໜີໃຫ້ຜູ້ຕາງໜ້າອຳນາດການປົກຄອງແຂວງ Kandal ສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ປະຊາຊົນ, ໃນນັ້ນມີພໍ່ແມ່ປະຊາຊົນເຊື້ອຊາດຫວຽດນາມ. ຜູ້ຕາງໜ້າອຳນາດການປົກຄອງ ແລະ ກຳລັງປ້ອງກັນ,ຕ້ານໂລກລະບາດ ຢູ່ຕາແສງ Prey Tamlop ໄດ້ຢັ້ງຢືນຍາມໃດກໍ່ ມີຄວາມເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນໃນສະຖານທີ່ແຍກຕົວສະດວກກ່ວາອີກ ໃນເງື່ອນໄຂປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top