• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມະ​ຫາສາ​ມັກ​ຄີທົ່ວ​ປວ​ງ​ຊົນ​ທັງ​ຊາດ: ມູນ​ເຊື້ອ​ອັນ​ລ້ຳ​ຄ່າ​ຂອງ​ຊາດ ຫວຽດ​ນາມ

ວັນທີ 18 ພະຈິກ ແມ່ນວັນສະເຫຼີມສະຫຼອງວັນສ້າງຕັ້ງແນວໂຮມປະເທດຊາດ ຫວຽດນາມ ເອກະພາບ - ວັນມູນເຊື້ອຂອງແນວໂຮມປະເທດຊາດ ຫວຽດນາມ (ວັນທີ 18 ພະຈິກ 1930 – 18/11/2021) ຄົບຮອບ 91 ປີ.

 ຜ່ານການເວລາມາເກືອບ 1 ສະຕະວັດ ດ້ວຍຫຼາຍຊື່ເອີ້ນທີ່ແຕກຕ່າງກັນ, ແຕ່ແນວໂຮມປະເທດຊາດ ຫວຽດນາມ ຍາມໃດກໍເປັນສັນຍາລັກແຫ່ງມູນເຊື້ອສາມັກຄີທົ່ວປວງຊົນທັງຊາດ, ແມ່ນສັນຍາລັກກ່ຽວກັບຄວາມເອກອ້າງທະນົງໃຈ, ຄວາມເຄົາລົບນັບຖືຊາດ, ແມ່ນພູມປັນຍາ, ກຳລັງແຮງອັນໃຫຍ່ຫຼວງຂອງຊາວ ຫວຽດນາມ ລຸ້ນຕ່າງໆ.

        ເນື່ອງໃນໂອກາດນີ້ ໄດ້ດຳເນີນການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງວັນບຸນມະຫາສາມັກຄີທົ່ວປວງ
ຊົນທັງຊາດ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ມອບຂອງຂວັນໃຫ້ແກ່ຄອບຄົວປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ (ພາບ: TTXVN)

ຕອນຄ່ຳວັນທີ 17 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ຕາແສງ ດ້ຽນບຽນ (ເມືອງ ບາດິ່ງ, ຮ່າໂນ້ຍ) ແລະ ມອບຂອງຂວັນໃຫ້ແກ່ຄອບຄົວທີ່ເປັນແບບຢ່າງໃນຂະບວນການ, ບັ້ນຂົນຂວາຍ ໂດຍແນວໂຮມປະເທດຊາດ ຫວຽດນາມ ໄດ້ປຸກລະດົມ ແລະ ຜູ້ຕາງໜ້າຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ.

        ເນື່ອງໃນໂອກາດນີ້, ທ່ານ ໂດະວັນຈຽນ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ກໍໄດ້ສົ່ງສານໃຫ້ປວງຊົນທັງຊາດເວົ້າລວມ ແລະ ຜູ້ຄົນທີ່ເຮັດວຽກງານແນວໂຮມປະເທດຊາດເວົ້າສະເພາະ. ທ່ານກ່າວວ່າ:

        “ມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນມູນເຊື້ອ ແລະ ຊັບສົມບັດອັນລ້ຳຄ່າຂອງຊາດ ຫວຽດນາມ. ດັ່ງນັ້ນ, ບໍ່ວ່າຈະຢູ່ໃນສະພາບການໃດກໍຕາມ, ພວກເຮົາກໍຕ້ອງຖະໜຸຖະໜອມ, ຮັກສາ ແລະ ເພີ່ມພູນຄູນສ້າງມູນເຊື້ອທີ່ດີງາມນີ້ ເພື່ອເສີມຂະຫຍາຍ ແລະ ສືບທອດໃຫ້ຄົນລຸ້ນຫຼັງ”.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 17 ພະຈິກ, ທ່ານ ເຈິ່ນແທັງເໝິນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ແລະ ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ ກໍໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ແຂວງ ເຮົ້າຢາງ ແລະ ກວ໋າງຫງາຍ. ການນຳບັນດາທ່ານຕ່າງກໍປາດຖະໜາວ່າ ປະຊາຊົນໃນທ້ອງຖິ່ນຈະສືບຕໍ່ເອົາໃຈໃສ່ເຖິງຂະບວນການ, ບັ້ນຂົນຂວາຍຕ່າງໆ ໂດຍແນວໂຮມປະເທດຊາດຫວຽດນາມ ປຸກລະດົມ ເພື່ອສືບຕໍ່ຊ່ວຍເຫຼືອເຊິ່ງກັນແລະກັນພັດທະນາການຜະລິດ, ດຳເນີນທຸລະກິດ ແລະ ຍົກສູງຄຸນນະພາບຊີວິດທາງດ້ານຈິດໃຈ ແລະ ວັດຖຸຂອງປະຊາຊົນ.

ໃນໂອກາດນີ້, ຢູ່ຄຸ້ມຖະໜົນ, ບ້ານແຫ່ງຕ່າງໆໃນທົ່ວປະເທດ ຕ່າງກໍຈັດຕັ້ງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ.

(ແຫຼ່ງຄັດຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top