• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນກຳລັງໜູນອັນໃຫຍ່ຫຼວງໃຫ້ແກ່ໄຊຊະນະອັນສະຫງ່າລາສີຂອງຊາດ

ທ່ານປະທານປະເທດ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ພາຍຫຼັງກອງປະຊຸມຄັ້ງນີ້, ວຽກງານແນວໂຮມຈະສືບຕໍ່ມີການປ່ຽນແປງໃໝ່ຢ່າງແຮງ; ເຕົ້າໂຮມກຳລັງແຮງຂອງພໍ່ແມ່ພີ່ນ້ອງຮ່ວມຊາດ 100 ລ້ານຄົນໃນທົ່ວປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ທ່ານປະທານປະເທດ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ພາຍຫຼັງກອງປະຊຸມຄັ້ງນີ້, ວຽກງານແນວໂຮມຈະສືບຕໍ່ມີການປ່ຽນແປງໃໝ່ຢ່າງແຮງ; ເຕົ້າໂຮມກຳລັງແຮງຂອງພໍ່ແມ່ພີ່ນ້ອງຮ່ວມຊາດ 100 ລ້ານຄົນໃນທົ່ວປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

  ທ່ານປະທານ ຫງວຽນຊວນຟຸກ ກັບຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ  

ຕອນເຊົ້າວັນທີ 27/11, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ດຳເນີນກອງປະຊຸມຍ້ອງຍໍຊົມເຊີຍ ຜູ້ແທນ 299 ທ່ານ ເຊິ່ງເປັນປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຢູ່ຂັ້ນຕາແສງ ແລະ ເປັນຫົວໜ້າຄະນະວຽກງານແນວໂຮມທີ່ດີເດັ່ນທົ່ວປະເທດໄລຍະ 2017-2022. ນີ້ແມ່ນບັນດາແກ່ນສານທີ່ສຳຄັນປະກອບສ່ວນກໍ່ສ້າງ, ປັບປຸງ ແລະ ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ: ນ້ຳໃຈສາມັກຄີທົ່ວປວງຊົນທັງຊາດແມ່ນເສັ້ນແດງໃນແນວຄິດຂອງປະທານໂຮ່ຈິມິນ, ແມ່ນກຳລັງໜູນອັນໃຫຍ່ຫຼວງໃຫ້ແກ່ບັນດາໄຊຊະນະອັນສະຫງ່າລາສີຂອງປະເທດຊາດ. ພະນັກງານແນວໂຮມຂັ້ນຮາກຖານ ເປັນ ແກ່ນສານທີ່ສຳຄັນໃນການສ້າງກຸ່ມກ້ອນມະຫາສາມັກຄີທັງຊາດນັ້ນ.

ທ່ານປະທານປະເທດ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ພາຍຫຼັງກອງປະຊຸມຄັ້ງນີ້, ວຽກງານແນວໂຮມຈະສືບຕໍ່ມີການປ່ຽນແປງໃໝ່ຢ່າງແຮງ; ເຕົ້າໂຮມກຳລັງແຮງຂອງພໍ່ແມ່ພີ່ນ້ອງຮ່ວມຊາດ 100 ລ້ານຄົນໃນທົ່ວປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຮ່ວມແຮງຮ່ວມໃຈປະຕິບັດຈຸດໝາຍສ້າງສາປະເທດຫວຽດນາມ ທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະສີວິໄລ” ຢ່າງມີໄຊ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top