• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບ​ລາງວັນ​ສິ່ງ​ແວດ​ລ້ອມ ຫວຽດ​ນາມ ແລະ ລາງວັນ​ສື່ມວນ​ຊົນ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອ​ມ​ຄັ້ງ​ທີ 5

 ຕອນວັນ 26 ທັນວາ, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ຈັດຕັ້ງພິທີມອບລາງວັນສິ່ງແວດລ້ອມ ຫວຽດນາມ ແລະ ລາງວັນສື່ມວນຊົນຊັບພະຍາກອນ ແລະ ສິ່ງແວດລ້ອມ ຄັ້ງທີ 5.

ພິທີມອບລາງວັນສິ່ງແວດລ້ອມ ຫວຽດນາມ ແລະ ລາງວັນສື່ມວນຊົນຊັບພະຍາກອນ ແລະ ສິ່ງແວດລ້ອມ ຄັ້ງທີ 5 (ພາບ:  VGP)

ລາງວັນສິ່ງແວດລ້ອມ ຫວຽດນາມ ແນໃສ່ຍ້ອງຍໍຊົມເຊີຍບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວົງຄະນະຍາດທີ່ມີການປະກອບສ່ວນໃຫຍ່ຫຼວງເຂົ້າໃນພາລະກິດປົກປັກຮັກສາສິ່ງແວດລ້ອມ. ປີນີ້, ຄະນະຈັດຕັ້ງ ໄດ້ມອບລາງວັນໃຫ້ແກ່ 34 ອົງການຈັດຕັ້ງ, ວົງຄະນະຍາດ ແລະ ສ່ວນຍຸກຄົນ ທີ່ມີຜົນງານພົ້ນເດັ່ນໃນການປົກປັກຮັກສາສິ່ງແວດລ້ອມ ໃນ 3 ຂົງເຂດ: ຄຸ້ມຄອງກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດຢ່າງເໝາະສົມ, ອະນຸລັກຮັກສາຊີວະນາໆພັນ ແລະ ຄວາມປອດໄພດ້ານຊີວະພາບ; ການສຶກສາ, ບຳລຸງສ້າງ ແລະ ການສື່ສານກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ; ປ້ອງກັນ, ຕ້ານ ແລະ ບຳບັດພົນລະພິດ ແລະ ປົວແປງສິ່ງແວດລ້ອມ.

        ສຳລັບລາງວັນສື່ມວນຊົນກ່ຽວກັບຊັບພະຍາກອນ ແລະ ສິ່ງແວດລ້ອມ, ປີ 2020 ນີ້, ຄະນະຈັດຕັ້ງ ໄດ້ມອບລາງວັນ A 4 ລາງວັນ, ລາງວັນ B 12 ລາງວັນ ແລະ ລາງວັນ C 20 ລາງວັນ. ລາງວັນອົງການຈັດຕັ້ງມະຫາຊົນ ໄດ້ມອບໃຫ້ແກ່ ວິທະຍຸກະຈາຍສຽງຫວຽດນາມ ແລະ ສຳນັກຂ່າວສານ ຫວຽດນາມ./.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top