• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບຮັບຂັນ ລາກ​ຮົ່ງ ໃຫ້​ແກ່ກອງ​ປະ​ຊ​ຸ​ມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ

ທ່ານ ເຈິ່ນກ໊ວກເວື້ອງ ຊີ້ແຈ້ງວ່າ: ໃນຊຸມວັນນີ້, ຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດຫວຽດນາມທຸກຂັ້ນ, ປະຊາຊົນທຸກຊັ້ນວັນນະຢູ່ພາຍໃນປະເທດ ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມອາໄສຕ່າງປະເທດ ລ້ວນແຕ່ອ່ວາຍໜ້າເມື່ອຫາເຫດການທີ່ມີຄວາມໝາຍສຳຄັນຍິ່ງຂອງພັກ, ຂອງປະເທດຊາດ.
ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈຳການ ຄະນະເຂລາສູນກາງພັກຮັບຂັນ ລາກຮົ່ງຈາກ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ (ພາບ: toquoc.vn)

ເພື່ອມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ຕອນບ່າຍວັນທີ 15 ມັງກອນ, ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈຳການຄະນະເຂລາສູນກາງພັກ, ຫົວໜ້າອະນຸກຳມະການຈັດຕັ້ງຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ຮັບຂັນ ລາກຮົ່ງ ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ມອບໃຫ້ ກອງປະຊຸມໃຫຍ່. ການມອບຮັບຂັນລາກຮົ່ງ ດັ່ງກ່າວ ມີຄວາມໝາຍພິເສດ ເພື່ອແນໃສ່ເຊີດຊູວັດທະນະທຳຂອງຊາດ ແລະ ສ້າງຂີດໝາຍປະຫວັດສາດ ຂອງກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ.

ທ່ານ ເຈິ່ນກ໊ວກເວື້ອງ ຊີ້ແຈ້ງວ່າ: ໃນຊຸມວັນນີ້, ຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດຫວຽດນາມທຸກຂັ້ນ, ປະຊາຊົນທຸກຊັ້ນວັນນະຢູ່ພາຍໃນປະເທດ ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມອາໄສຕ່າງປະເທດ ລ້ວນແຕ່ອ່ວາຍໜ້າເມື່ອຫາເຫດການທີ່ມີຄວາມໝາຍສຳຄັນຍິ່ງຂອງພັກ, ຂອງປະເທດຊາດ, ນັ້ນແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງພັກ ເຊິ່ງຈະດຳເນີນໃນລະຫວ່າງວັນທີ 25 ມັງກອນ - 2 ກຸມພາ 2021 ຢູ່ນະຄອນຫຼວງຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໂອ້ລົມສົນທະນາກັບສັນຕະປະປາສຳນັກ ວາຕີກັງ Leo XIV

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໂອ້ລົມສົນທະນາກັບສັນຕະປະປາສຳນັກ ວາຕີກັງ Leo XIV

ໃນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ, ຕອນທ່ຽງວັນທີ 11 ເມສາ (ຕາມເວລາທ້ອງຖິ່ນ) ຢູ່ ວາຕີກັງ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີການໂອ້ສົມສົນທະນາກັບ ສັນຕະປະປາ Leo XIV.

Top