• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບສິດ ແລະ ຊຸກຍູ້ການເຂົ້າຮ່ວມນາຍທະຫານຍິງໃນການເຄື່ອນໄຫວຮັກສາສັນຕິພາບ

ນີ້ແມ່ນຊຸດຝຶກອົບຮົມລົງເລິກເພື່ອຊຸກຍູ້ໂຄງການດຳເນີນງານກ່ຽວກັບ WPS ໃນຂອບເຂດໂຄງການບຳລຸງສ້າງ ແລະ ຮ່ວມມືດ້ານການທະຫານຂອງ ການາດາ.
  ພິທີປິດຊຸກຝຶກອົບຮົມແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (ພາບ: qdnd.vn)  

ພິທີປິດຊຸກຝຶກອົບຮົມແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (WPS) ປີ 2026 ໂດຍ ການາດາ ໜູນຊ່ວຍ ໄດ້ປິດລົງໃນວັນທີ 20 ມີນາ, ຢູ່ ຮ່າໂນ້ຍ. ໂດຍໄດ້ຈັດຂຶ້ນແຕ່ວັນທີ 16 – 20 ມີນາ ຢູ່ກົມຮັກສາສັນຕິພາບ ຫວຽດນາມ (ກະຊວງປ້ອງກັນປະເທດ ຫວຽດນາມ), ຊຸດຝຶກອົບຮົມໄດ້ປະກອບສ່ວນຢັ້ງຢືນຄວາມຕັ້ງໜ້າຂອງ ຫວຽດນາມ ໃນການຊຸກຍູ້ໂຄງການດຳເນີນງານຂອງສະຫະປະຊາຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ພ້ອມກັນນັ້ນ ກໍ່ປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

ກ່າວຄຳເຫັນທີ່ພິທີປິດ, ທ່ານ ພັນເອກ ຫງວຽນຍືແກ໋ງ, ຮອງຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ໃຫ້ຮູ້ວ່າ ນີ້ແມ່ນຊຸດຝຶກອົບຮົມລົງເລິກເພື່ອຊຸກຍູ້ໂຄງການດຳເນີນງານກ່ຽວກັບ WPS ໃນຂອບເຂດໂຄງການບຳລຸງສ້າງ ແລະ ຮ່ວມມືດ້ານການທະຫານຂອງ ການາດາ; ພ້ອມກັນນັ້ນ, ກໍ່ປະກອບສ່ວນຕອບສະໜອງແຜນນະໂຍບາຍຂອງສະຫະປະຊາຊາດກ່ຽວກັບການເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງຢ່າງຄົບຖ້ວນ, ສະເໝີພາບ ແລະ ມີຄວາມໝາຍ ໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

(ແຫຼ່ງຄັດຈາກ VOV)

ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຕ້ອ​ນ​ຮັບ​ບຸນປີ​ໃໝ໋​ປະ​ຈຳ​ຊາດ​ຢ່າງ​ອົບ​ອຸ່ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຕ້ອ​ນ​ຮັບ​ບຸນປີ​ໃໝ໋​ປະ​ຈຳ​ຊາດ​ຢ່າງ​ອົບ​ອຸ່ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ຕອນ​ຄ່ຳ​ວັນ​ທີ 13 ເມ​ສາ, ນະ​ຄອ​ນ​ໂຮ່​ຈີ​ມິນ ໄດ້​ຈັດ​ລາຍ​ການ​ພົບ​ປະ​ກັບ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ທີ່​ນີ້ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ (ລາວ) ແລະ ບຸນ Chol Chnam Thmey ກຳ​ປູ​ເຈຍ​ປີ 2026.

Top