• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບຂໍ້ຕົກລົງອະນຸຍາດໃຫ້ຊຖືສັນຊາດຫວຽດນາມ ສໍາລັບຊາວລາວ 119 ຄົນ ທີ່ດຳລົງຊີວິດຢູ່ເມືອງ ເຫືອງຮວ໊າ, ແຂວງ ກວ໋າງຈິ

      ວັນທີ 12 ທັນວາ, ຄະນະກຳມະການແຂວງ ກວ໋າງຈິ ໄດ້ຈັດພິທີມອບຂໍ້ຕົກລົງຂອງທ່ານປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃຫ້ຖືສັນຊາດ ຫວຽດນາມ ສຳລັບຊາດລາວ 119 ຄົນທີ່ອາໄສຢູ່ຕາແສງ ອາເຢີຍ, ເມືອງພູດອຍ ເຫືອງຮວ໊າ, ແຂວງ ກວ໋າງຈິ.
            ນອກຈາກ 119 ຄົນທີ່ໄດ້ຮັບຂໍ້ຕົກລົງຂອງທ່ານປະທານປະເທດ ຫວຽດນາມ ໃນຄັ້ງນີ້, ແຂວງກວ໋າງຈິ ຍັງມີຊາວລາວອີກ 696 ຄົນທີ່ເຄື່ອນຍ້າຍຖິ່ນຖານແບບຊະຊາຍ ແລະ ແຕ່ງງານແບບບໍ່ຖືກກົດໝາຍ ກຳລັງດຳລົງຊີວິດຢູ່ເຂດຕິດກັບຊາຍແດນ ກໍ່ມີຄວາມປາຖະໜາຢາກໄດ້ຖືສັນຊາດ ຫວຽດນາມ. ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນໄດ້ດຳລົງຊີວິດ ແລະ ທຳການຜະລິດຢ່າງໝັ້ນຄົງ, ພິເສດແມ່ນເພື່ອຮັບປະກັນຄວາມສະຫງົບ - ຄວາມເປັນລະບຽບຮຽບຮ້ອຍຢູ່ຕາມເຂດຊາຍແດນ, ແຂວງກວ໋າງຈິ ຈະສູ້ຊົນເຮັດບັນດາເອກະສານ ເພື່ອຮັບເປັນສັນຊາດ ຫວຽດນາມ ໃຫ້ແກ່ 696 ຄົນທີ່ຍັງເຫຼືອໃຫ້ສຳເລັດ ກ່ອນວັນທີ 30 ມິຖຸນາ 2019.
ພາຍຫຼັງໄດ້ຮັບຂໍ້ຕົກລົງຂອງທ່ານປະທານປະເທດ ຫວຽດນາມ  ໃຫ້ຖືສັນຊາດຫວຽດນາມແລ້ວ, ປະຊາຊົນ 119 ຄົນດັ່ງກ່າວ ກໍ່ໄດ້ຮັບການແນະນຳປະກອບບັນດາເອກະສານຄື: ໃບແຈ້ງເກີດ, ເຮັດບັດປະຈຳຕົວປະຊາຊົນ, ຈົດທະບຽນສົມລົດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top