• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ ໃນເງື່ອນໄຂຮັບມືໂດຍປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ

ກອງປະຊຸມສຳມະນາວິທະຍາສາດລະດັບຊາດດ້ວຍຫົວຂໍ້ “ແຫຼ່ງກຳລັງ ແລະ ກຳລັງໜູນໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ ໃນເງື່ອນໄຂຮັບມືໂດຍປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ ວິໄສທັດລະດັບຊາດ ແລະ ທ້ອງຖິ່ນ” ຈັດຂຶ້ນຢູ່ຮ່າໂນ້ຍ.

  ທ່ານຫງວຽນຊວັນທັງ ປະທານສະພາທິດສະດີສູນກາງກ່າວຄຳເຫັນທີ່ກອງປະຊຸມສຳມະນາ

(ພາບ: Thanh Vân/TTXVN )  

 ວັນທີ 28 ມີນາ, ຢູ່ນະຄອນຮ້າລອງ, ແຂວງກງາງນິງ, ສະພາທິດສະດີສູນກາງ, ຄະນະບັນນາທິການວາລະສານກອມມູນິດ ແລະ ຄະນະພັກແຂວງກວາງນິງ ໄດ້ສົມທົບກັນຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດດ້ວຍຫົວຂໍ້ “ແຫຼ່ງກຳລັງ ແລະ ກຳລັງໜູນໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ ໃນເງື່ອນໄຂຮັບມືໂດຍປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ ວິໄສທັດລະດັບຊາດ ແລະ ທ້ອງຖິ່ນ”.

ບັນດາຄຳເຫັນທີ່ກອງປະຊຸມສຳມະນາ ໄດ້ປຶກສາຫາລືກ່ຽວກັບບັນດາບົດຮຽນຖອດຖອນມາໄດ້ພາຍຫຼັງໂລກລະບາດ ແລະ ຖືວ່າ, ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມຢ່າງມີປະສິດທິຜົນ, ບັນດາບ້ວງເງິນກະຕຸ້ນ ຄວນສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດດ້ານລະບຽບການ ເພື່ອໃຫ້ຜູ້ອອກແຮງງານມີຊີວິດການເປັນຢູ່ເປັນປົກກະຕິ. ບັນດາຜູ້ແທນໄດ້ຕີລາຄາສູງບ້ວງເງິນໜູນຊ່ວຍ 350.000 ຕື້ດົ່ງໃຫ້ແກ່ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ 2022-2023.

ບັນດາບົດປະກອບຄຳເຫັນໄດ້ລົງເລິກວິເຄາະການທະລຸລ່ວງບັນດາແຫຼ່ງກຳລັງລະອຽດຄື: ແຫຼ່ງກຳລັງການເງິນຂອງລັດ, ທີ່ດິນ, ຊັບພະຍາກອນມະນຸດ, ເຕັກໂນໂລໂຊີ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ; ແຫຼ່ງກຳລັງສັງຄົມ, ຮັບປະກັນຊີວິດສັງຄົມ; ແຫຼ່ງຊັບພະຍາກອນວັດທະນະທຳ; ການພັດທະນາເສດຖະກິດທະເລ, ການຟື້ນຟູການທ່ອງທ່ຽວ….


(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top