• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຟີ​ລິບ​ປິນ ຢັ້ງ​ຢືນ​ການ​ພົວ​ພັນ​ກັບ ມຽນ​ມາ ພາຍຫຼັງ​ທ່ານ Min Aung Hlaing ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ

ຟີ​ລິບ​ປິນ ພວມ​ຮັບ​ຮູ້​ບັນ​ດາ​ການ​ຜັນ​ແປ​ດ້ານ​ການ​ເມືອງ​ໃນ​ໄລ​ຍະ​ໃກ້ໆ​ນີ້ ຢູ່​ມຽນ​ມາ, ພິ​ເສດ​ແມ່ນ​ເລື່ອງ​ທ່ານ Min Aung ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ.
  ພາບ​ປະ​ກອບ  

ທຳ​ທຽບ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ, ປະ​ທານ​ປະ​ທານ​ອາ​ຊຽນ 2026 ໃຫ້​ຮູ້​ວ່າ ປະ​ເທດ​ນີ​້​ຈະ​ສືບ​ຕໍ່​ສົນ​ທະ​ນາ​ກັບ ມຽນ​ມາ ພາຍຫຼັງ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຂອງ​ການ​ນຳ​ການ​ທະ​ຫານ Min Aung Hlaing, ຜູ້​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທ​ິ​ບໍ​ດີ​ຜ່ານ​ການ​ເລືອກ​ຕັ້ງ​ຂອງ​ສະ​ພາ​ແຫ່ງ​ຊາດ.

ທ່ານ​ນາງ Claire Castro ໂຄ​ສົກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃຫ້​ຮູ້​ວ່າ: ຟີ​ລິບ​ປິນ ພວມ​ຮັບ​ຮູ້​ບັນ​ດາ​ການ​ຜັນ​ແປ​ດ້ານ​ການ​ເມືອງ​ໃນ​ໄລ​ຍະ​ໃກ້ໆ​ນີ້ ຢູ່​ມຽນ​ມາ, ພິ​ເສດ​ແມ່ນ​ເລື່ອງ​ທ່ານ Min Aung ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ. ຟີ​ລິບ​ປິນ ຈະ​ສືບ​ຕໍ່​ໂອ້​ລົມ​ສົນ​ທະ​ນາ​ກັບ ບັນ​ດາ​ເຈົ້າ​ໜ້າ​ທີ່ ແລະ ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ ມຽນ​ມາ​ຜ່ານ ທ່ານ Ma. Theresa P. Lazaro ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ດ້ວຍ​ຖາ​ນະ​ເປັນ​ທູດ​ພິ​ເສດ​ຂອງ ປະ​ທານ​ອາ​ຊຽນ ຢູ່ ມຽນ​ມາ, ກໍ່​ຄື​ຜ່ານ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຂອງ​ແຕ່​ລະ​ປະ​ເທດ.

(ແຫຼ່ງຄັດຈາກ VOV)

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ແບ່ງ​ປັນ​ວ່າ​ ເລື່ອງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ແມ່ນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່, ແມ່ນ​ຄວາມ​ຮັ​ບ​ຜິດ​ຊອບ ແລະ ພັນ​ທະ​ອັນ​ສັກ​ສິດ, ສູງ​ສົ່ງ.

Top