• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພໍ່ແມ່ພີ່ນ້ອງເຜົ່າມົ້ງໃນແຂວງ ເຊີນລາ ຕ້ອນຮັບວັນບຸນເອກະລາດ

ໃນໂອກາດວັນຊາດ ຫວຽດນາມ ທີ 2 ກັນຍາ, ພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ເຂດເຕິຍບັກ ກໍ່ພ້ອມກັບຕ້ອນຮັບວັນບຸນເອກະລາດຢ່າງເບີກບານມ່ວນຊື່ນ. ພໍ່ແມ່ພີ່ນ້ອງກໍ່ນຸ່ງຊຸດອາພອນປະຈຳເຜົ່າ ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳສິລະປະວັນນະຄະດີ, ກິລາ, ການບັນເທີງຢູ່ທ້ອງຖິ່ນ. ສຳລັບພໍ່ແມ່ພີ່ນ້ອງແລ້ວ ວັນບຸນເອກະລາດ ບໍ່ພຽງແຕ່ແມ່ນວັນບຸນໃນປິີເທົ່ານັ້ນ ຫາກຍັງໄດ້ກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກ.7
ຟ້ອນແຄນຂອງຊາວເຜົ່າມົ້ງໃນແຂວງເຊີນລາ

ຕ້ອນຮັບວັນຊາດຫວຽດນາມ ທີ 2 ກັນຍາ, ຄອບຄົວອ້າຍ ຢ່າງອາຟື ຢູ່ຕາແສງ ເວິນໂຮ່ ເມືອງ ເວິນໂຮ່ ແຂວງ ເຊີນລາ ໄດ້ຫ້າງຫາກະກຽມເຮັດອານະໄມເຮືອນຊານໃຫ້ສະອາດສວຍງາມ ແຕ່ສອງສາມປີກ່ອນນີ້. ທຸງຊາດທີ່ລາວມ້ຽນໄວ້ໃນຕູ້ຫຼາຍມື້ມານີ້ ກໍ່ຖືກເອົາມາແຂວນຢູ່ໜ້າເຮືອນ. ເມຍຂອງລາວກໍ່ຢຸດວຽກໄຮ່ການນາປະຈຳວັນ ເພື່ອກະກຽມຊຸດອາພອນປະຈຳເຜົ່າໄປຫຼິ້ນໃນໂອກາດວັນບຸນເອກະລາດ. ສຳລັບຄອບຄົວອ້າຍ ຟື ກໍ່ຄືພໍ່ແມ່ພີ່ນ້ອງເຜົ່າມົ້ງຢູ່ແຫ່ງນີ້, ວັນຊາດກໍ່ແມ່ນວັນບຸນທີ່ສຳຄັນ ແມ່ນໂອກາດເພື່ອໃຫ້ປະຊາຊົນສະແດງນ້ຳໃຈຄວາມຮູ້ບຸນຄຸນຕໍ່ພັກ ຕໍ່ປະທານ ໂຮ່ຈີມິນ ໄດ້ຍາດຊີງເອົາເອກະລາດ ເສລີພາບມາໃຫ້ຊາດ ຫວຽດນາມ, ສ້າງຊີວິດການເປັນຢູ່ທີ່ອີ່ມໜຳສຳລານຄືໃນວັນນີ້. ອ້າຍ ຟື ເວົ້າວ່າ:

    “ພໍ່ແມ່ພີ່ນ້ອງເຜົ່າມົ້ງ ສະເຫຼີມສະຫຼອງວັນຊາດຫວຽດນາມ ທີ 2 ກັນຍາ  ເຊິ່ງແມ່ນວັນພິເສດ. ຄອບຄົວໄດ້ກະກຽມນັບແຕ່ເດືອນ ສິງຫາ ເພື່ອຕ່ຳແຜ່ນແພ, ຕັດເສື້ອເພື່ອໄປຫຼິ້ນໃນວັນບຸນ ໃກ້ຈະຮອດວັນບຸນທັງຄອບຄົວໄດ້ແປງເຮັດອານະໄມເສັ້ນທາງພາຍໃນບ້ານ. ທີສອງແມ່ນປັດກວາດເຮັດອານະໄມເຮືອນຊານໃຫ້ສະອາດສວຍງາມ”.

ພໍ່ແມ່ພີ່ນ້ອງເຜົ່າມົ້ງໄດ້ຕ້ອນຮັບວັນບຸນເອກະລາດໃນສອງວັນຄື ວັນທີ 1 ແລະ ວັນທີ 2 ກັນຍາ. ພໍ່ແມ່ພີ່ນ້ອງຊາວບ້ານເຄີຍເຕົ່າໂຮມກັນຢູ່ເນື້ອທີ່ດິນກວ້າງ ເຂົ້າຮ່ວມການເຄື່ອນໄຫວວັດທະນະທຳ, ສະແດງສິລະປະວັນນະຄະດີ. ພວກບ່າວສາວນຸ່ງຊຸດອາພອນປະຈຳເຜົ່າ ພ້ອມກັນຟ້ອນແຄນ ພົບປະແລກປ່ຽນແຂ່ງຂັນກິລາ ແລະ ຫຼິ້ນເກມພື້ນເມືອງ ອັນໄດ້ສ້າງບັນຍາກາດເບີກກບານມ່ວນຊື່ນ ແລະ ສາມັກຄີກັນ. ອ້າຍ ຢ່າງອາຊ່ອງ ຢູ່ຕາແສງ ເວິນໂຮ່ ໃຫ້ຮູ້ວ່າ:

 “ຊາວເຜົ່າມົ້ງຢູ່ ເວິນໂຮ່ ໄດ້ຈັດການເຄື່ອນໄຫວວັດທະນະທຳສິລະປະວັນນະຄະດີ ກິລາກາຍຍະກຳຫຼາຍຢ່າງ. ພິເສດໃນວັນຊາດ ຫວຽດນາມ ທີ 2 ກັນຍາ ຊາວບ້ານມີຄວາມຫ້າວຫັນເຂົ້າຮ່ວມການເຄື່ອນໄຫວ”.

ຕາມຄວາມສຳນຶກຂອງຊາວເຜົ່າມົ້ງແລ້ວ ວັນບຸນເອກະລາດກໍ່ປຽບເໝືອນວັນບຸນປະເພນີຂອງເຜົ່າຕົນ. ຖ້າຫາກວ່າ ບຸນເຕັດປະເພນີແມ່ນໂອກາດເພື່ອໄຫວ້ບູຊາບັນພະບູລຸດ ແລະ ຢຸດການເຮັດວຽກງານຕ່າງໆເພື່ອພັກຜ່ອນຢ້ຽມຢາມຖາມຂ່າວຍາດຕິພີ່ນ້ອງໃນບ້ານ ອວຍພອນໃຫ້ກັນແຕ່ສິ່ງທີ່ຈົບທີ່ງາມນັ້ນ, ວັນບຸນເອກະລາດກໍ່ແມ່ນເພື່ອໃຫ້ໂອກາດເພື່ອພໍ່ແມ່ພີ່ນ້ອງຊາວບ້ານລົງຖະໜົນເຂົ້າຮ່ວມການເຄື່ອນໄຫວລະຫຼິ້ນມ່ວນຊື່ນສະແດງສິລະປະວັນນະຄະດີ. ນາງ ຢ່າງທິເມ ຊາວເຜົ່າມົ້ງ ຢູ່ຕາແສງ ຫົວຕາດ ເມືອງ ເວິນໂຮ່ ແຂວງ ເຊີນລາ ເວົ້າວ່າ:

“ພາຍຫຼັງເກັບກູ້ໝາກຊູ ແລະ ໝາກຖົ່ວສຳເລັດ, ຮອດວັນທີ 2 ກັນຍາກໍ່ໄດ້ພາກັນມານີ້ ເພື່ອຫຼິ້ນໜຶ່ງວັນ ຂ້າພະເຈົ້າເຫັນວ່າມ່ວນຊື່ນຫຼາຍ.”

 ສຳລັບວັນບຸນເອກະລາດຢູ່ ມົກເຈົາ ເບິ່ງຄືວ່າຈະມ່ວນຊື່ນກວ່າໝູ່, ໃນວັນບຸນເອກະລາດ, ປະຊາຊົນບັນດາເຜົ່າພ້ອມກັບແຂກສາລະທິດ ພ້ອມກັນມ່ວນຊື່ນຂຶ້ນເຂດພູພຽງ ມົກເຈົາ. ໃນທ່າມກາງສຽງແຄນ ສຽງດົນຕີທີ່ຄຶກຄື້ນ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດວັດທະນະທຳທີ່ເປັນເອກະລັກ ແລະ ງານບຸນປະເພນີເຂັ້ມຂົ້ນໄປດ້ວຍສີສັນບັນດາເຜົ່າອ້າຍນ້ອງ. ພົ້ນເດັ່ນຂຶ້ນແມ່ນບັນດາລາຍການວັດທະນະທທຳຊຸມຊົນຢູ່ຕາມທ້ອງຖະໜົນ. ບັນດາກອງສະແດງບັນດາມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຄື ພິທີປະດັບຍົດຂອງຊາວເຜົ່າຢ້າວ, ສິລະປະຟ້ອນແຄນຂອງຊາວເຜົ່າມົ້ງ, ສິລະປະຟ້ອນແຊຂອງຊາວເຜົ່າຜູ້ໄທ… ນາງ ຮາຣູນາ ອາບີຮານາ ແຂກທ່ອງທ່ຽວ ຍີ່ປຸ່ນ ແບ່ງປັນວ່າ:

“ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ສຸດ ເມື່ອໄດ້ເຂົ້າຮ່ວມສັບປະດາວັດທະນະທຳຢູ່ ມົກເຈົາ. ມານີ້ຂ້າພະເຈົ້າໄດ້ຮັບຊົມພວກບ່າວສາວນຸ່ງຊຸດອາພອນປະຈຳເຜົ່າທີ່ເປັນເອກະລັກ ແລະ ໄດ້ຮັບຊົມລາຍການສະແດງວັດທະນະທຳທີ່ເປັນເອກະລັກ”.

ສຳລັບພໍ່ແມ່ພີ່ນ້ອງເຜົ່າມົ້ງຢູ່ແຂວງ ເຊີນລາ, ວັນບຸນເອກະລາດກໍ່ແມ່ນໂອກາດເພື່ອເຕົ້າໂຮມປຸກລຸກຄວາມງາມທາງດ້ານວັດທະນະທຳພື້ນເມືອງ, ຈາກນັ້ນຊຸກຍູ້ການໂຄສະນາພັດທະນາການທ່ອງທ່ຽວ ພ້ອມທັງປະກອບສ່ວນສຳຄັນເຂົ້ົ້າໃນການອະນຸລັກ ແລະ ເສີມຂະຫຍາຍສີສັນວັດທະນະທຳ ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

(ແຫຼ່ງຄັດຈາກ VOV)

Fed ຮັກ​ສາ​ອັດ​ຕາ​ດອກ​ເບ້ຍໄວ​້​ຄື​ເກົ່າ, ຄາ​ດ​ຄະ​ເນ​ສາ​ມາດຫຼຸດ​ລົງ​ຕື່ມ​ອີກ 2 ເທົ່າ​ໃນ​ປີ​ນີ້

Fed ຮັກ​ສາ​ອັດ​ຕາ​ດອກ​ເບ້ຍໄວ​້​ຄື​ເກົ່າ, ຄາ​ດ​ຄະ​ເນ​ສາ​ມາດຫຼຸດ​ລົງ​ຕື່ມ​ອີກ 2 ເທົ່າ​ໃນ​ປີ​ນີ້

ວັນທີ 18 ມິຖຸນາ, ທະນາຄານກາງສະຫະລັດ ອາເມລິກາ (Fed) ໄດ້ຕົກລົງຮັກສາອັດຕາດອກເບ້ຍພື້ນຖານໃນປັດຈຸບັນ ພ້ອມທັງຄາດຄະເນວ່າ ອາດຈະຫຼຸດລົງຕື່ມອີກ 2 ເທົ່າໃນປີ 2025.

Top