• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນຍາດໄຊຊະນະການຕໍ່ສູ້ປົກປັກຮັກສາຊາຍແດນທາງທິດຕາເວັນຕົກພາກໃຕ້ຂອງ ປະເທດ ຫວຽດນາມ

ທ່ານ Im Hen, ຫົວໜ້າສະຖານກົງສູນໃຫຍ່ ກໍາປູເຈຍປະຈໍານະຄອນໂຮ່່ຈີມິນ ໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ພັກ, ລັດ, ອະດີດນັກຊ່ຽວຊານ ແລະ ບັນດາທະຫານອາສາສະໝັກຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນານາປະການ ຊ່ວຍເຫຼືອປະຊາຊົນ ແລະ ຊາດກໍາປູເຈຍ ໃຫ້ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ປອນປົດ ດ້ວຍຈິດໃຈບໍລິສຸດຜຸດຜ່ອງ

ທ່ານ Im Henແລະ ທ່ານຮວິ່ງແກັກມ້າງ ມອບດອກໄມ້ແກ່ກອງສະແດງສິລະປະທີ່ການພົບປະສັງສັນ (ພາບ:TTXVN)

ຕອນເຊົ້າວັນທີ 04 ມັງກອນ, ຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ  ໄດ້ຈັດຕັ້ງການພົບປະສັງສັນ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 40 ປີ ແຫ່ງວັນຍາດໄຊຊະນະການຕໍ່ສູ້ປົກປັກຮັກສາເຂດຊາຍແດນທາງທິດຕາເວັນຕົກພາກໃຕ້ຂອງ ປະເທດ ຫວຽດນາມ ແລະ ພ້ອມກັບປະຊາຊົນກໍາປູເຈຍ ຊະນະຕໍ່ລະບອບດັບສູນເຊື້ອຊາດ (07/01/1979 – 07/01/2019). ທີ່ການພົບປະສັງສັນ, ທ່ານຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຮວິ່ງແກັກມ້າງ ເນັ້ນໜັກວ່າ 40 ປີ ຜ່ານມາ, ການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ກໍາປູເຈຍ ໄດ້ ແລະ ກໍາລັງພັດທະນາຂຶ້ນສູ່ລະດັບສູງໃໝ່. ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ ສືບຕໍ່ໄດ້ຮັບການເປີດກວ້າງ, ວົງເງິນສົ່ງອອກສອງສົ້ນ ປີ 2018 ເພີ່ມຂຶ້ນຫຼາຍພໍສົມຄວນ, ບັນລຸ 4,5 ຕື້ USD; ສູ້ຊົນ ກ່ອນປີ 2020 ໃຫ້ບັນລຸໄດ້ 5 ຕື້ USD.

        ສ່ວນທ່ານ Im Hen, ຫົວໜ້າສະຖານກົງສູນໃຫຍ່ ກໍາປູເຈຍປະຈໍານະຄອນໂຮ່່ຈີມິນ ໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ພັກ, ລັດ, ອະດີດນັກຊ່ຽວຊານ ແລະ ບັນດາທະຫານອາສາສະໝັກຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນານາປະການ ຊ່ວຍເຫຼືອປະຊາຊົນ ແລະ ຊາດກໍາປູເຈຍ ໃຫ້ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ປອນປົດ ດ້ວຍຈິດໃຈບໍລິສຸດຜຸດຜ່ອງ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top