• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົນໂທ ຫງວຽນຈິ໋ວິ້ງ ພົບປະກັບຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດ,ອາຍຸການ 2017-2020

      ຕອນບ່າຍວັນທີ 26 ພຶດສະພາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ມີການພົບປະກັບຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ, ອາຍຸການ 2017-2020. 

ພົນໂທຫງວຽນຈິ໋ວິ້ງພົບປະກັບຫົວໜ້າບັນດາ
ອົງການຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດ 
(ພາບ: TTXVN)
      ກ່າວຄຳເຫັນທີ່ການພົບປະ, ພົນໂທ ຫງວຽນຈິ໋ວິ້ງ ໄດ້ອວຍພອນໃຫ້ບັນເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູງໃຫຍ່ທີ່ຫາກໍໄດ້ຮັບການແຕ່ງຕັ້ງຈົ່ງປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ສຳເລັດຜົນ, ຕັ້ງໜ້າປະກອບສ່ວນເຂົ້າໃນການຍົກສູງທີ່ຕັ້ງຂອງຫວຽດນາມ ບົນເວທີປາໄສສາກົນ, ນຳບັນດາອົງການຜູ້ຕາງໜ້າດ້ານການທູດຂອງຫວຽດນາມ ປະຈຳຕ່າງປະເທດໃຫ້ກາຍເປັນຂົວເຊື່ອມຕໍ່, ຊຸກຍູ້, ເພີ່ມທະວີການພົວພັນລະຫວ່າງຫວຽດນາມ ກັບປະເທດຕ່າງໆ. ພົນໂທ ຫງວຽນຈິ໋ວິ້ງ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ສືບຕໍ່ເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ ກັບປະເທດຕ່າງໆຢ່າງແທດຈິງ, ເລິກເຊິ່ງ, ສະຖຽນລະພາບ ແລະ ໝັ້ນຄົງ, ໃຫ້ບຸລິມະສິດໃນການຮ່ວມມືປ້ອງກັນຊາດກັບບັນດາປະເທດຖານບ້ານໃກ້ເຮືອນຄຽງ, ບັນດາປະເທດອາຊຽນ, ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ບັນດາປະເທດໃຫຍ່…
(ແຫຼ່ງຄັດຈາກ VOV)

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ.

Top