• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພູຈົ່ວ ແລະ ພູພຽງ ກອນຮ່ານຶ່ງ ຂອງ ຫວຽດນາມ ໄດ້ຮັບຮອງເປັນ ເຂດອະນຸລັກຊີວະນາໆ ພັນຂອງໂລກ ຈາກ UNESCO

      ຕອນບ່າຍວັນທີ 15 ກັນຍາ,  ໃນກອງປະຊຸມຄັ້ງທີ 33 ສະພາປະສານງານສາກົນ ໂຄງການມະນຸດ ແລະ ຊີວະນາໆພັນ ເຊິ່ງຖືກຈັດຂຶ້ນລະຫວ່າວວັນທີ 13 – 17 ກັນຍາ 2021 ຢູ່ Abuja, ນີເຊເນຍ, ສອງເຂດອະນຸລັກຮັກສາຊີວະນາໆພັນ ພູຈົົ່ວ ແລະ ພູພຽງ ກອນຮ່ານຶ່ງ ຂອງ ຫວຽດນາມ ໄດ້ຮັບການຮັບຮອງເປັນເຂດອະນຸລັກຮັກສາຊີວະນາໆພັນໂລກ ຈາກອົງການ UNESCO.

ນຳ້ຕົກຕາດ 50 ໃນເຂດພູພຽງ ກອນນ່ານຶ່ງ. ພາບ: VNA
 
ເຂດອະນຸລັກຮັກສາຊີວະນາໆພັນ ພູຈົ່ວ ແມ່ນແບບຢ່າງໜຶ່ງ ທີ່ບັນລຸມາດຕະຖານ ກ່ຽວກັບ ລະບົບຊີວະພາບປ່າແຫ້ງແລ້ງ ທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້, ເຊິ່ງແມ່ນໜຶ່ງໃນຈຳນວນເຂດຊີວະພາບ 200 ແຫ່ງສຳຄັນຂອງໂລກ ແລະ ໄດ້ຮັບການເລືອກເຟັ້ນວ່າ ແມ່ນໜຶ່ງໃນບັນດາເຂດໃຫ້ບູລິມະສິດອະນຸລັກຮັກສາສູງສຸດຂອງຊີວະນາໆພັນທັງໝົດໃນໂລກ.
 
ສ່ວນເຂດອະນຸລັກຮັກສາຊີວະນາໆພັນ ພູພຽງ ກອນຮ່ານຶ່ງ ມີລັກສະນະຊີວະສາດສູງ, ເປັນເອກະລັກສະເພາະຂອງລະບົບຊີວະພາບປ່າ, ລະບົບພືດພັນຕ່າງໆໃນປ່າ ແລະ ລະບົບສັດສາວາສິ່ງຢູ່ເຂດໄຕງວຽນ ຂອງ ຫວຽດນາມ. ເຂດດັ່ງກ່າວຍັງມີບົດບາດສຳຄັນ ໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ຮັກສາຄວາມດຸ່ນດ່ຽງຊີວະພາບຂອງເຂດໄຕງວຽນ ແລະ ນັບທັງເຂດພາກກາງ ແລະ ເຂດພາກໃຕ້ຕາເວັນອອກ ອີກດ້ວຍ.

ໄປຄຽງຄູ່ກັນນັ້ນ, ສອງເຂດອະນຸລັກຮັກສາຊີວະນາໆພັນ ພູຈົ່ວ ແລະ ພູພຽງ ກອນຮ່ານຶ່ງ ຕ່າງກໍໄດ້ມີຈຸດທີ່ເປັນເອກະລັກສະເພາະພົ້ນເດັ່ນຫຼາຍຢ່າງກ່ຽວກັບ ຄຸນຄ່າວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ທີ່ພວມດຳລົງຊີວິດຢູ່ທີ່ນີ້ອີກດ້ວຍ.

ເປັນອັນວ່າ, ໃນໄລຍະແຕ່ປີ 2000 ຫາ 2020, ຫວຽດນາມ ມີທັງໝົດ 11 ແຫ່ງ ໄດ້ຮັບການຮັບຮອງວ່າເປັນເຂດອະນຸລັກຮັກສາຊີວະນາໆພັນໂລກ, ກາຍເປັນ ປະເທດທີ່ມີຈຳນວນເຂດອະນຸລັກຮັກສາຊີວະນາໆພັນຫຼາຍອັນດັບ 2 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຖັດຈາກ ອິນໂດເນເຊຍ.
ໂດຍ: VNA/VNP
 

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top