• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ຮ່ວ​ມ​ເດີນ​ທາງ​ພ້ອມ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ ໃນ​ການ​ສ້າງ​ຄວາມ​ສາ​ມັກ​ຄີ​ໃນ​ໝູ່​ປະ​ຊາ​ຊົນ, ຄວາມ​ຜູກ​ພັນ​ລະ​ຫວ່າງ​ບັນ​ດາ​ສາ​ສະ​ໜາ

ພະ​ມ​ະ​ຫາ​ອາ​ຈານ ທິກ​ແທັງ​ກວຽດ ຢັ້ງ​ຢືນ​ວ່າ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ແລະ ສະ​ຖາ​ບັນ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໃນ​ການ​ສ້າງ​ຄວາມ​ສາ​ມັກ​ຄ​ີ​ໃນ​ໝູ່​ປະ​ຊາ​ຊົນ, ຜູກ​ພັນ​ບັນ​ດາ​ສາ​ສະ​ໜາ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ບັນ​ດາ​ການ​ປຸກ​ລະ​ດົມ, ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ໂດຍ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ປຸກ​ລະ​ດົມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.
  ທ່ານ​ນາງ ຮ່າ​ທິ​ງາ, ຮອງ​ປະ​ທານ - ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຢ້ຽມ​ຢາມ, ອວຍ​ພອນ​ພະ​ມະ​ຫາ​ອາ​ຈານ ທິກ​ແທັງ​ກວຽດ, ຮອງ​ປະ​ທານ​ສະ​ພາ​ບໍ​ລິ​ຫານງານ​ສະ​ມ​າ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ (ພາບ: ແນວ​ໂຮມ​ປະ​ເທດ​ຊາດ)  

ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ ວິ​ສະ​ຂະ​ບູ​ຊາ ປີ 2026 ພ​ສ. 2570, ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ ຮ່າ​ທິ​ງາ, ຮອງ​ປະ​ທານ - ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ, ອວຍ​ພອນ​ພະ​ມະ​ຫາ​ອາ​ຈານ ທິກ​ແທັງ​ກວຽດ, ຮອງ​ປະ​ທານ​ສະ​ພາ​ບໍ​ລິ​ຫານງານ​ສະ​ມ​າ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ. ນະ​ທີ່​ນີ້, ທ່ານ​ນາງ ຮ່າ​ທິ​ງາ ປາດ​ຖະ​ໜາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພະ​ມະ​ຫາ​ອາ​ຈານ ທິກ​ແທ​ັງ​ກວຽດ ຈະ​ພ້ອມ​ກັບ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​ໃນ​ສັງ​ກາດ​ໃໝ່​ຢ່າງ​ມີ​ໄຊ.

ສ່ວນ​ພະ​ມ​ະ​ຫາ​ອາ​ຈານ ທິກ​ແທັງ​ກວຽດ ຢັ້ງ​ຢືນ​ວ່າ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ແລະ ສະ​ຖາ​ບັນ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໃນ​ການ​ສ້າງ​ຄວາມ​ສາ​ມັກ​ຄ​ີ​ໃນ​ໝູ່​ປະ​ຊາ​ຊົນ, ຜູກ​ພັນ​ບັນ​ດາ​ສາ​ສະ​ໜາ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ບັນ​ດາ​ການ​ປຸກ​ລະ​ດົມ, ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ໂດຍ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ປຸກ​ລະ​ດົມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

(ແຫຼ່ງຄັດຈາກ VOV)

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ, ຢູ່​ນະ​ຄອນ ດ່າ​ໜັງ, ຄະ​ນະ​ຊາວ​ໜຸ່ມກອງ​ທັບ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ລາຍ​ງານ​ພົບ​ປະ​ແລກ​ປ່ຽນ​ນາຍ​ທະ​ຫານ​ໜຸ່ມ ກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

Top