• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພື້ນ​ຖານ​ອະລິ​ຍະ​ທຳ​ຂອງຊາດ ຫວຽດ​ນາມ ໄດ້ຮັບ​ການ​ກໍ່​ສ້າງ​ຂຶ້ນ​ດ້ວຍ 54 ຊົນ​ເຜົ່າອ້າຍ​ນ້ອງ ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ

ພັກ, ລັດ ຍາມໃດກໍມີຄວາມເອົາໃຈໃສ່ເປັນພິເສດເຖິງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ພັດທະນາພື້ນຖານໂຄງລ່າງຢູ່ເຂດຫ່າງໄກສອກຫຼີກ, ປະຕິບັດບັນດານະໂຍບາຍພັດທະນາເສດຖະກິດ - ສັງຄົມ.

ພັກ, ລັດ ຍາມໃດກໍມີຄວາມເອົາໃຈໃສ່ເປັນພິເສດເຖິງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ພັດທະນາພື້ນຖານໂຄງລ່າງຢູ່ເຂດຫ່າງໄກສອກຫຼີກ, ປະຕິບັດບັນດານະໂຍບາຍພັດທະນາເສດຖະກິດ - ສັງຄົມ ແລະ ເອົາໃຈໃສ່ເຖິງການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງປະຊາຊົນບັນດາເຜົ່າອ້າຍນ້ອງ, ຖືວັດທະນະທຳບັນດາເຜົ່າແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກວັດທະນະທຳ ຫວຽດນາມ ໄດ້.

 

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມວັນບຸນ “ສີສັນລະດູບານໃໝ່ໃນທຸກແຖບຖິ່ນຂອງປະເທດຊາດ” ປີ 2022 (ພາບ: VOV)

ຕອນເຊົ້າວັນທີ 12 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນວັນບຸນ “ສີສັນລະດູບານໃໝ່ໃນທຸກແຖບຖິ່ນຂອງປະເທດຊາດ” ປີ 2022. ກ່າວຄຳເຫັນໃນວັນບຸນ, ທ່ານປະທານປະເທດ ຫວຽດນາມ ເນັ້ນໜັກວ່າ ພື້ນຖານອະລິຍະທຳອັນສະຫງ່າງາມຂອງຊາດ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນຈາກ 54 ຊົນເຜົ່າອ້າຍນ້ອງ. ນັ້ນແມ່ນພື້ນຖານວັດທະນະທຳທີ່ຫຼາກຫຼາຍສີສັນ, ອຸດົມສົມບູນ, ມີຄວາມເປັນເອກະພາບສູງກ່ຽວກັບພາສາ, ແມ່ນຊັບສົມບັດອັນລ້ຳຄ່າຂອງຊາດ. ພັກ, ລັດ ຍາມໃດກໍມີຄວາມເອົາໃຈໃສ່ເປັນພິເສດເຖິງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ພັດທະນາພື້ນຖານໂຄງລ່າງຢູ່ເຂດຫ່າງໄກສອກຫຼີກ, ປະຕິບັດບັນດານະໂຍບາຍພັດທະນາເສດຖະກິດ - ສັງຄົມ ແລະ ເອົາໃຈໃສ່ເຖິງການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງປະຊາຊົນບັນດາເຜົ່າອ້າຍນ້ອງ, ຖືວັດທະນະທຳບັນດາເຜົ່າແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກວັດທະນະທຳ ຫວຽດນາມ ໄດ້. ດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ຈັດຂຶ້ນທຸກໆປີຢູ່ ໝູ່ບ້ານວັດທະນະທຳ - ການທ່ອງທ່ຽວບັນດາເຜົ່າ ຫວຽດນາມ, ທ່ານປະທານປະເທດ ເນັ້ນໜັກວ່າ “ຊາຍຄາລວມ” ນີ້ ແມ່ນບ່ອນເຕົ້າໂຮມ, ແຜ່ກະຈາຍມູນເຊື້ອວັດທະນະທຳບັນດາເຜົ່າ ຫວຽດນາມ:

        “ຂ້າພະເຈົ້າດີໃຈຫຼາຍທີ່ຮັບຮູ້ວ່າ ຈຸດຄວາມງານທີ່ເປັນເອກະລັກສະເພາະຂອງ 54 ຊົນເຜົ່າ ບໍ່ພຽງແຕ່ໄດ້ສະແດງຢູ່ທີ່ນີ້, ຫາກແມ່ນວິຖີຊີວິດປະຈຳວັນຂອງແຕ່ລະຊົນເຜົ່າຂອງ ຫວຽດນາມ. ສິ່ງດັ່ງກ່າວ ໄດ້ເຮັດໃຫ້ຄວາມງານວັດທະນະທຳໄດ້ແຜ່ກະຈາຍໃນຊີວິດ ຫາກບໍ່ແມ່ນນອນຢູ່ໃນຫໍພິພິທະພັນເທົ່ານັ້ນ. ບັນດາຈຸດຄວາມງານທີ່ເຂັ້ມຂົ້ນໄປດ້ວຍສີສັນນັ້ນ ໄດ້ ແລະ ກຳລັງປະສົມກົມກ່ຽວເຂົ້າກັນ ເປັນຄວາມງາມອັນຍິ່ງໃຫຍ່ຂອງວັດທະນະທຳ ຫວຽດນາມ”.

ນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ລັ່ນຄ້ອງ ບົ່ງບອກງານບຸນສີສັນລະດູບານໃໝ່ ແລະ ມອບຂອງຂວັນໃຫ້ 22 ຄົນ ເຊິ່ງເປັນຜູ້ຕາງໜ້າບັນດາເຜົ່າສ່ວນໜ້ອຍ ທີ່ມີໜ້າຢູ່ໝູ່ບ້ານວັດທະນະທຳ - ການທ່ອງທ່ຽວບັນດາເຜົ່າ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

 

 

    ປະຊາຄົມຊາວ ເຜົ່າລາວ ຢູ່ ດ້ຽນບຽນ ສະຫຼອງບຸນເຂົ້າໃໝ່

    ປະຊາຄົມຊາວ ເຜົ່າລາວ ຢູ່ ດ້ຽນບຽນ ສະຫຼອງບຸນເຂົ້າໃໝ່

    ເມື່ອນາເຂົ້າປ່ຽນເປັນສີເຫຼືອງອ່າມ, ປະຊາຊົນເຜົ່າລາວ ຢູ່ ຕາແສງຊາຍແດນ ເມື່ອງຍ່າ, ແຂວງ ດ້ຽນບຽນ ໄດ້ພາກັນສະຫຼອງ ບຸນເຂົ້າໃໝ່, ເຊິ່ງແມ່ນງານບຸນປະເພນີ. ຜ່ານບັນດາພິທີກຳອັນດີງາມແຕ່ບູຮານນະການ, ບັນດາຄາບອາຫານທີ່ຫອມກຸ້ມດ້ວຍເຂົ້າໜຽວໃໝ່ ແລະ ສຽງດົນຕີພື້ນເມືອງອັນກ້ອງກັງວານ, ມູນເຊື້ອວັດທະນະທຳອັນເປັນເອກະລັກສະເພາະ ສືບຕໍ່ໄດ້ຮັບການສືບທອດ ແລະ ອະນຸລັກຮັກສາໄວ້ພາຍໃນປະຊາຄົມ.

    Top