• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພື້ນຖານເສດຖະກິດ ຫວຽດນາມ ສືບຕໍ່ບັນລຸການເຕີບໂຕໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍຍ້ອນໂລກລະບາດໂຄວິດ-19

      ພື້ນຖານເສດຖະກິດ ຫວຽດນາມ ຄາດຄະເນວ່າ ບັນລຸການເຕີບໂຕ 1,8% ໃນປີ 2020 ໃນສະພາບການເກີດໂລກລະບາດໂຄວິດ-19 ແລະ ເພີ່ມຂືຶ້ນລະດັບ 6,3% ໃນປີ 2021. ນີ້ແມ່ນຂໍ້ສັງເກດໄດ້ທະນາຄານພັດທະນາ ອາຊີ (ADB) ຍົກອອກໃນບົດລາຍງານອັບເດດແງ່ຫວັງພັດທະນາ ອາຊີ (ADO) 2020 ປະກາດໃນວັນທີ 15 ກັນຍາ.

ກອງປະຊຸມຖະແຫຼງຂ່າວ (ພາບ: VGP) 
      ທ່ານ Andrew Jeffries ຜູ້ອຳນວຍການແຫ່ງຊາດ ADB ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ ການໃຊ້ສອຍພາຍໃນປະເທດໄດ້ຫຼຸດລົງ ແລະ ຄວາມຕ້ອງການໃນທົ່ວໂລກກໍ່ຫຼຸດໜ້ອຍຖອຍລົງຍ້ອນໂລກລະບາດໂຄວິດ-19 ໄດ້ສົ່ງຜົນສະທ້ອນເຖິງພື້ນຖານເສດຖະກິດ ຫວຽດນາມ ຫຼ່າຍກວ່າການຄາດຄະເນ. ແຕ່ເສດຖະກິດສືບຕໍ່ບັນລຸການເຕີບໂຕໃນປີ 2020, ສ່ວນຫຼາຍແມ່ນອີງໃສ່ຜົນສຳເລັດຂອງລັດຖະບານ ຫວຽດນາມ ໃນການຄວບຄຸມການແຜ່ລະບາດຂອງໂລກລະບາດໂຄວິດ-19. ການເຕີບໂຕເສດຖະກິດຈະໄດ້ຮັບການໜູນຊ່ວຍຍ້ອນສະຖຽນລະພາບດ້ານເສດຖະກິດມະຫາພາກຂອງ ຫວຽດນາມ, ເພີ່ມທະວີການໃຊ້ຈ່າຍພາກລັດ ແລະ  ບັນດາການປະຕິຮູບພວມດຳເນີນແນໃສ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.
            ADB ຄາດຄະເນວ່າ ການເຕີບໂຕເສດຖະກິດຂອງ ຫວຽດນາມ ຄາດວ່າຈະໄດ້ຟື້ນຟູໃນປີ 2021, ຍ້ອນມີການຍູ້ໄວການລົງທຶນພາກລັດ, ເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ ກັບ ອີຢູ ແລະ ຈີນ ພ້ອມກັບການຫັນປ່ຽນຂອງບັນດາລະບົບມູນຄ່າທົ່ວໂລກມາ ຫວຽດນາມ. ການເຕີບໂຕຕ່ຳຈະກົດໝ່ວງອັດຕາເງິນເຟີ້ຢູ່ລະດັບ 3,3% ໃນປີ 2020 ແລະ 3,5% ໃນປີ 2021.
            ກໍ່ຕາມ ADB ແລ້ວ, ຫວຽດນາມ ພວມສະແດງຄວາມສາມາດຂອງຕົນໃນການຟື້ນຟູຢ່າງແຂງແຮງຫຼາຍກ່ວາເມື່ອທຽບໃສ່ບັນດາພື້ນຖານເສດຖະກິດອື່ນໆ ແລະ ແງ່ຫວັງຂອງພື້ນຖານເສດຖະກິດໃນໄລຍະກາງ ແລະ ໄລຍະຍາວສືບຕໍ່ມີສັນຍານດີ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top