ຂ່າວສານ
ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ປີ 2022: ພິທີໄຫວ້ບູຊາ ເຈົ້າຊີວິດ ລາກລອງກວນ ແລະ ຖະຫວາຍຈູດທູບໃຕ້ທຽນຈາລຶກຄຸນງາມຄວາມດີຂອງພະແມ່ເອົາເກີ
ວັນທີ 6 ເມສາ (ກົງກັບວັນທີ 6 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ຢູ່ວິຫານເຈົ້າຊີວິດ ລາກລອງກວນ ແລະ ວິຫານພະແມ່ ເອົາເກີ ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ, ນະຄອນ ຫວຽດຈີ່ ແຂວງ ຝູເທາະ ຂອງ ຫວຽດນາມ ໄດ້ດຳເນີນ ພິທີໄຫວ້ບູຊາເຈົ້າຊີວິດລາກລອງກວນ ແລະ ຖະຫວາຍຈູດທູບໃຕ້ທຽນຈາລຶກຄຸນງາມຄວາມດີຂອງພະແມ່ ເອົາເກີ.
ບັນດາຜູ້ແທນໄດ້ຈູດທູບໃຕ້ທຽນ, ຖະຫວາຍດອກໄມ້, ເຄື່ອງຂອງບູຊາ ເພື່ອສະແດງຄວາມຮູ້ບຸນຄຸນ, ຈາລຶກຄຸນງາມຄວາມດີຂອງເຈົ້າຊີວິດ ລາກລອງກວນ (ພາບ: baophutho.vn)
ນີ້ແມ່ນຄື່ອນໄຫວເປີດສາກໃຫ້ແກ່ພິທີຕ່າງໆທີ່ຈະຈັດຂຶ້ນເນື່ອງໃນໂອກາດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ປີ 2022.
ຢູ່ວິຫານບູຊາເຈົ້າຊີວິດ ລາກລອງກວນ ແລະ ວິຫານບູຊາພະແມ່ ເອົາເກີ, ໄດ້ດຳເນີນພິທີກຳຕ່າງໆດ້ວຍຄວາມເຄົາລົບ, ເຄັ່ງຂຶມຕາມປະເພນີ. ບັນດາຜູ້ແທນໄດ້ຈູດທູບໃຕ້ທຽນ, ຖະຫວາຍດອກໄມ້, ເຄື່ອງຂອງບູຊາ ເພື່ອສະແດງຄວາມຮູ້ບຸນຄຸນ, ຈາລຶກຄຸນງາມຄວາມດີຂອງເຈົ້າຊີວິດ ລາກລອງກວນ ແລະ ຂໍໝັ້ນໝາຍວ່າຈະສືບທອດມູນເຊື້ອຂອງຊາດ, ສາມັກຄີຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ, ປະກອບເຫື່ອແຮງ, ສະຕິປັນຍາ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ.
ນອກຈາກການດຳເນີນພິທີກຳຕ່າງໆແລ້ວ, ຢູ່ທີ່ນີ້ຍັງໄດ້ຈັດກິດຈະກຳຕ່າງໆທີ່ເປັນມູນເຊື້ອຄື ການສະແດງສະລະປະຮັບໃຊ້ລາຍການທ່ອງທ່ຽວ; ການແຂ່ງຫໍ່ເຂົ້າຕົ້ມ ແລະ ຕ່ຳເຂົ້າໜົມໄຢແຂວງຝູເທາະ…
(ແຫຼ່ງຄັດຈາກ VOV)