• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ໄຂ​ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 33 (SEA GAMES 33)

ພິທີໄຂງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 33 (SEA GAMES 33) ຖືກຈັດຂຶ້ນໃນເວລາ 19 ໂມງ 30 ນາທີຂອງວັນທີ 9 ທັນວາ, ຢູ່ສະໜາມກິລາ ຣາດຊະມັງຄະລາ, ບາງກອກ, ໄທ.

ທ່ານ ອັດທະກອນ ສີຣິອັດທະຍາກອນ  ລັດຖະມົນຕີກະຊວງກະຊວງທ່ອງທ່ຽວ ແລະ ກິລາ ໄທ ຢັ້ງຢືນວ່າ ດ້ວຍບັນດາລາຍການສະແດງທີ່ເປັນເອກະລັກ ແລະ ເຕັກໂນໂລຢີທີ່ກ້າວໜ້າ, ໄທ ຢາກສົ່ງສານກ່ຽວກັບຄວາມສຸກ, ພ້ອມແລ້ວທີ່ຈະສວມບົດບາດພູມີປະເທດໃຈກາງໃນປະຊາຄົມ ອາຊຽນ. ສານ “we are one” (ພວກເຮົາແມ່ນໜຶ່ງດຽວ) ໃນພິທີໄຂ ໄດ້ຮັບການເນັ້ນໜັກ ຄືດັ່ງຄຳຢັ້ງຢືນທີ່ວ່າຄວາມສາມັກຄີແມ່ນພື້ນຖານຂອງປະຊາຄົມ ອາຊີຕາເວັນອອກສ່ຽງໃຕ້. ພິທີໄຂ ຈະເຕົ້າໂຮມນັກສິລະປິນຊື່ດັງຫຼາຍຄົນຂອງ ໄທ.

SEA GAMES 33 ໄດ້ດຳເນີນແຕ່ວັນທີ 9 – 20 ທັນວາ, ເຕົ້າໂຮມນັກກິລາກວ່າ 9.300 ຄົນ ທີ່ມາຈາກ 11 ປະເທດ, ເຂົ້າຮ່ວມການແຂ່ງຂັນກິລາ 50 ປະເພດ ແລະ 574 ເນື້ອໃນ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top