• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.
(ພາບ: ສະພາແຫ່ງຊາດ)

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ. ທ່ານເລຂາທິການໃຫ່ຍ ໂຕເລີມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມດ້ວຍບັນດາການນຳ, ອະດີດການນຳພັກ, ລັດ ແລະ ສສຊ ໄດ້ເຂົ້າຮ່ວມ.

ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢືນຢັນວ່າ: ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ສຳເລັດທຸກເນື້ອໃນໂຄງການທີ່ໄດ້ວາງອອກ:

  ສະພາແຫ່ງຊາດໄດ້ພິດຈາລະນາ, ປຶກສາຫາລື, ລົງມະຕິຮັບຮອງເອົາກົດໝາຍ 51 ສະບັບ, ມະຕິ 39 ສະບັບ. ນີ້ແມ່ນຈຳນວນຫຼວງຫຼາຍ ກວມເອົາເກືອບ 30% ກົດໝາຍ, ມະຕິທັງໝົດທີ່ໄດ້ປະກາດໃຊ້ຂອງທັງອາຍຸການ. ບັນດາກົດໝາຍ, ມະຕິໄດ້ຮັບຮອງເອົາທັງຕອບສະໜອງຄຳຮຽກຮ້ອງຂອງສະພາບຕົວຈິງ, ທັງສ້າງຂອບເຂດນິຕິກຳໃຫ້ແກ່ໄລຍະໃໝ່.

ເບິ່ງຄືນອາຍຸການ 5 ປີຜ່ານມາ, ທ່ານປະທານນສະພາແຫ່ງຊາດ ເຈິ່ນແທັງເໝີ້ນກໍ່ເນັ້ນໜັກວ່າ: ເຖິງວ່າໄດ້ປະສົບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ນັບແຕ່ໂລກລະບາດໂຄວິດໃນຕົ້ນອາຍຸການ ຮອດໄພທຳມະຊາດ, ພະຍຸນ້ຳຖ້ວມໃນທ້າຍອາຍຸການ, ສະພາແຫ່ງຊາດຊຸດທີ 15 ໄດ້ປັບຕົວຢ່າງມີໄຫວພິບ, ຮັກສາຄວາມສາມັກຄີ ແລະ ບັນລຸໄດ້ໝາກຜົນຮອບດ້ານ. ທ່ານຢັນຢັນວ່າ ສະພາແຫ່ງຊາດຈະມານະພະຍາຍາມ ຕັດສິນໃຈສູງກ່ວາອີກ ເພື່ອ ປຊຊ, ເພື່ອປະເທດຊາດ, ປະກອບສ່ວນສຳຄັນເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.

(ແຫຼ່ງຄັດຈາກ VOV)

ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ, ຫຍໍ້ທໍ້ ຕ້ອງຖືຜົນປະໂຫຍດແຫ່ງຊາດ, ຂອງຊາດ, ຜົນປະໂຫຍດຂອງປະຊາຊົນເໜືອກວ່າສິ່ງໃດໝົດ

ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ, ຫຍໍ້ທໍ້ ຕ້ອງຖືຜົນປະໂຫຍດແຫ່ງຊາດ, ຂອງຊາດ, ຜົນປະໂຫຍດຂອງປະຊາຊົນເໜືອກວ່າສິ່ງໃດໝົດ

ຕ້ອງສືບຕໍ່ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ, ຫຍໍ້ທໍ້, ເດັດດຽວ, ຢຶດໝັ້ນ, ບໍ່ມີເຂດຫ້າມ, ບໍ່ມີການຍົກເວັ້ນ.

Top