• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ຮັບ​ໃບ​ຢັ້ງ​ຢືນຂອງ UNESCO ​ສຳ​ລັບຕໍ່​ສິ​ລະ​ປະ​ເຮັດ​ເຄື່ອງ​ປັ້ນ​ດິນ​ເຜົາ ຂອງ​ຊາວ​ເຜົ່າ​ຈຳ

ພິທີມີທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານ ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ຕອນຄ່ຳວັນທີ 15 ມິຖຸນາ, ຢູ່ນະຄອນຟານຣາງ - ທາບຈ່າມ, ແຂວງນິງທ້ວນ ໄດ້ຈັດຂຶ້ນພິທີຕ້ອນຮັບໃບຢັ້ງຢືນຂອງອົງການວິທະຍາສາດ, ສຶກສາ ແລະ ວັດທະນະທຳ ສປຊ (UNESCO) ໂດຍຢັ້ງຢືນ “ສິລະປະເຮັດເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈຳ ເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳ ທີ່ຕ້ອງໄດ້ຮັບການປົກປ້ອງຢ່າງຮີບດ່ວນ” ແລະ ໄຂວັນບຸນ ອາງຸຸ່ນ  - ເຫຼົ້າແວງນິງທ້ວນ ປີ 2023. ເຂົ້າຮ່ວມ ພິທີມີທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານ ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ, ການນຳຍບາງກະຊວງ, ຂະແໜງການ ແລະ ທ້ອງຖິ່ນໃນເຂດ.

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ເນັ້ນໜັກວ່າ ເລື່ອງ UNESCO ຢັ້ງຢືນ “ສິລະປະເຮັດເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈຳ ເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳ ທີ່ຕ້ອງໄດ້ຮັບການປົກປ້ອງຢ່າງຮີບດ່ວນ” ແມ່ນການຢັ້ງຢືນສີສັນວັດທະນະທຳຂອງຊາດຫວຽດນາມ ໃນສາງມໍລະດົກວັດທະນະທຳໂລກ. ນັບແຕ່ນີ້ຕໍ່ໄປ, ມໍລະດົກວັດທະນະທຳສິລະປະເຮັດເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈຳໄດ້ກາຍເປັນຊັບສົມບັດລວມຂອງມວນມະນຸດ.

ກ່ອນໜ້ານັ້ນ, ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງໄດ້ໄປຢ້ຽມຢາມ ແລະ ພົບປະກັບບັນດານັກສິລະປະການ, ປະຊາຊົນໝູ່ບ້ານເຄື່ອງປັ້ນດິນເຜົາ ເບົ່າຈຸກ, ເທດສະບານເຟືອກເຢິນ, ເມືອງນິງເຟືອກ.

 

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ຕາມບົດລາຍງານແລ້ວ, ໃນຈຳນວນບັນດາປະເທດຖືກຜົນສະທ້ອນລວມມີ ໂຊມາລີ, ລັດເຊຍ, ອີຣານ, ອາບການິດສະຖານ, ບຣາຊິນ, ນີເຊລີ ແລະ ໄທ.

Top