ຂ່າວສານ
ພິທີອັດເວທີປາໄສເສດຖະກິດໂລກ Davos: ຮຽກຮ້ອງເພີ່ມທະວີການເຈລະຈາ ແລະ ການຮ່ວມມືຕໍ່ບັນດາການປ່ຽນແປງທົ່ວໂລກ
ເມື່ອກ່າວຄຳເຫັນທີ່ວາລະປຶກສາຫາລືສຸດທ້າຍ, ທ່ານນາງ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO), ໃຫ້ຮູ້ວ່າ ການຄ້າທົ່ວໂລກພວມປະເຊີນໜ້າກັບສິ່ງທ້າທາຍຮ້າຍແຮງທີ່ສຸດໃນຮອບເວລາ 80 ປີ ຜ່ານມາ, ໃນຂະນະທີ່ບັນດາຫຼັກການການຄ້າສາກົນອ່ອນແອລົງ. ທ່ານນາງ ເນັ້ນໜັກວ່າ ໂລກຈະບໍ່ສາມາດກັບຄືນສູ່ສະພາວະເກົ່າ, ພ້ອມທັງຮຽກຮ້ອງໃຫ້ເພີ່ມທະວີຄວາມສາມາດຕ້ານທານຂອງທັງພາກລັດ ແລະ ເອກະຊົນ ຕໍ່ບັນດາຄວາມຂາດສະຖຽນລະພາບໃນອະນາຄົດ.
ໃນຂະນະນັ້ນ, ທ່ານນາງ Christine Lagarde ປະທານທະນາຄານສູນກາງເອີຣົບ (ECB) ກ່າວເຕືອນກ່ຽວກັບສະພາບຄວາມຂາດສະເໝີພາບເພີ່ມຂຶ້ນ ແລະ ຖືວ່າ ການແບ່ງແຍກໃນການແຈກຢາຍຊັບສິ່ງຂອງ, ຖ້າບໍ່ໄດ້ຮັບການຄວບຄຸມ, ນີ້ຈະແມ່ນສາເຫດຂອງບັນດາຄວາມຂາດສະຖຽນລະພາບທີ່ຮ້າຍແຮງ. ພ້ອມດຽວກັນນັ້ນ ທ່ານກໍຮຽກຮ້ອງໃຫ້ຟື້ນຟູຄວາມເຊື່ອໝັ້ນຜ່ານການເຈລະຈາຢ່າງເປີດອົກເປີດໃຈລະຫວ່າງບັນດາຝ່າຍ.









