• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ສະ​ເຫຼ​ີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ໂຮງ​ໝໍກອງ​ທັບ​ສູນ​ກາງ 108

ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ປາດຖະໜາວ່າ ໂຮງໝໍຈະກາຍເປັນສູນກາງແພດແຖວໜ້າຂອງປະເທດຊາດ ແລະ ກອງທັບ, ມຸ່ງໄປເຖິງຫານສະໜອງການບໍລິການການແພດທີ່ມີຄຸນນະພາບເທົ່າທຽມກັບບັນດາປະເທດພັດທະນາ.
ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ມອບນາມມະຍົດວິລະຊົນແຮງງານໃຫ້ແກ່ ໂຮງໝໍກອງທັບສູນກາງ 108 (ພາບ:TTXVN)

 ຕອນເຊົ້າວັນທີ 19 ເມສາ, ໂຮງໝໍກອງທັບສູນກາງ 108 ໄດ້ຈັດພິທີ ສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ ແລະ ຕ້ອນຮັບນາມມະຍົດວິລະຊົນແຮງງານ. ເຂົ້າຮ່ວມມພິທີມີທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ, ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການສູນກາງ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ປາດຖະໜາວ່າ ໂຮງໝໍຈະກາຍເປັນສູນກາງແພດສາດແຖວໜ້າຂອງປະເທດຊາດ ແລະ ກອງທັບ, ມຸ່ງໄປເຖິງຫານສະໜອງການບໍລິການການແພດທີ່ມີຄຸນນະພາບເທົ່າທຽມກັບບັນດາປະເທດພັດທະນາ.

     ຕາງໜ້າໃຫ້ການນຳພັກ, ລັດ,  ມອບນາມມະຍົດວິລະຊົນແຮງງານໃຫ້ແກ່ ໂຮງໝໍກອງທັບສູນກາງ 108, ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ໂຮງໝໍຈະເປີດກ້ວາງການຮ່ວມມືກັບບັນດາຮາກຖານປິ່ນປົວພະຍາດ, ຄົ້ນຄ້ວາ, ບຳລຸງສ້າງທີ່ມີອິດທິພົນຊື່ງສຽງຢູ່ພາຍໃນ ແລະ ຕ່າງປະເທດ. ສົມທົບກັບບັນດາມາດຕະການ ເພີ່ມທະວີການລົງທຶນຜັນຂະຫຍາຍບັນດາເຕັກໂນໂລຊີ, ເຕັກນິກໃໝ່ໃນໂລກໂດຍໄວທີ່ສຸດ ເພື່ອມຸ່ງໄປເຖິງການສະໜອງການບໍລິການການແພດທີ່ມີຄຸນນະພາບດີ ເທົ່າທຽມກັບກັບບັນດາປະເທດພັດທະນາ, ດ້ານອື່ນແມ່ນຍາມໃດກໍ່ມີຄວາມສາມາດຢ່າງພຽງພໍເພື່ອແກ້ໄຂບັນດາກໍລະນີເມື່ອເກີດໄພພິບັດໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)



ຖະ​ແຫຼງ​ຂ່າວ​ໃຫ້​ສື່ມວນ​ຊົນ​ລາວ ກ່ຽວ​ກັບ​ບັນ​ດາ​ບຸກ​ທະ​ລຸ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ຖະ​ແຫຼງ​ຂ່າວ​ໃຫ້​ສື່ມວນ​ຊົນ​ລາວ ກ່ຽວ​ກັບ​ບັນ​ດາ​ບຸກ​ທະ​ລຸ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະວາງແຜນກຳນົດບັນດາລັດຖະນະໂຍບາຍຍຸດທະສາດຍາວນານ, ຫັນຄວາມຄາດຫວັງກໍ່ສ້າງຫວຽດນາມຈະເລີນຮຸ່ງເຮືອງ, ມີຄວາມຜາສຸກໃຫ້ປະກົດຜົນເປັນຈິງ, ກ້າວຂຶ້ນສູ່ສັງຄົມນິຍົມ.

Top