• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວິ​ວັດ​ຂະ​ບວນ​ການມຸ່ງ​ໄປ​ເຖິງ​ການ​ໂຄ່ນ​ລົ້ມ​ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ Pol Pot ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Sen

ຕອນເຊົ້າວັນທີ 20 ມິຖຸນາ 2022, ຢູ່ເຂດຊາຍແດນລະຫວ່າງເມືອງລົກນິງ, ແຂວງບິ່ເຟືອກ (ຫວຽດນາມ) ແລະ ເມືອງ Memot ແຂວງ Tbong Khmum (ປະເທດກຳປູເຈຍ) ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hunsen ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປເຂົ້າຮ່ວມການເຄື່ອນໄຫວສະເຫຼີມສະຫຼອງຢູ່ປະເທດກຳປູເຈຍ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VGP)  

ທີ່ພິທີສະເຫຼີມສະຫຼອງ 45 ປີແຫ່ງ “ວິວັດຂະບວນການໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot” ຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ໄດ້ແບ່ງປັນຄວາມຫຍຸ້ງຍາກ, ໜູນຊ່ວຍຢ່າງສຸດໃຈເພື່ອກໍ່ສ້າງກຳລັງໃຫ້ແກ່ການປະຕິວັດກຳປູເຈຍ, ພ້ອມທັງໜູນຊ່ວຍ ແລະ ສົມທົບກັບກຳລັງກຳປູເຈຍ ເພື່ອຕ້ານຄືນພວກປໍລະປັກ Pol Pot. ຫວຽດນາມ ໄດ້ຊ່ວຍກຳລັງປະກອບອາວຸດປະຕິວັດ ກຳປູເຈຍ ປົດປ່ອຍຊາດ, ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ, ຟື້ນຟູ ແລະ ກໍ່ສ້າງປະເທດຊາດຄືນໃໝ່.

ສ່ວນທ່ານນາຍົກລັດຖະມົນຕີ Hun Sen ເນັ້ນໜັກວ່າ ປະຫວັດສາດໄດ້ພິສູດໃຫ້ເຫັນວ່າ ຖ້າບໍ່ມີ “ວິວັດຂະບວນການໂຄ່ນລົ້ມລະບອບດັດສູນເຊື້ອຊາດ Pol Pot” ເລີ່ມຕົ້ນແຕ່ວັນທີ 20 ມິຖຸນາ ປີ 1977 ແລະ ບັນດາເຫດການຕໍ່ໄປ ຈະບໍ່ມີປະເທດກຳປູເຈຍໃນປັດຈຸບັນ.

ນາຍົກລັດຖະມົນຕີ ສອງທ່ານໄດ້ຢັ້ງຢືນວ່າ ໄດ້ຖື ການພົວພັນ “ບ້ານໃກ້ເຮືອນຄຽງອັນດີງາມ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ແບບຍືນຍົງຍາວນານ”ເປັນສຳຄັນ,  ແລະຫວັງວ່າ ຈະປັບປຸງ ແລະ ເພີ່ມທະວີການຮ່ວມມືໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ພ້ອມກັນຮັດແໜ້ນ, ເຮັດໃຫ້ການພົວພັນສາມັກຄີແບບພິເສດທີ່ເປັນມູນເຊື້ອອັນລ້ຳຄ່າ ລະຫວ່າງ ສອງຊາດເລິກເຊິ່ງກ່ວາອີກ, “ໝັ້ນຄົງທະນົງແກ່ນຕະຫຼອດການ”.

ແລກປ່ຽນກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ, ນາຍົກລັດຖະມົນຕີສອງທ່ານໄດ້ຕີລາຄາສູງເລື່ອງສອງປະເທດຮັດສາການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາກົນໄກຮ່ວມມືໃນທຸກຂົງເຂດ, ຮັກສາທ່າເຕີບໂຕການຄ້າຢູ່ລະດັບສູງດ້ວຍເລື່ອງວົງເງິນສອງສົ້ນໃນ 5 ເດືອນຕົ້ນປີ 2022 ບັນລຸ 5,44 ຕື້ USD, ເພີ່ມຂຶ້ນ 19%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2021. ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບຈະສົມທົບກັນຊຸກຍູ້ການແລກປຽນຄະນະຜູ້ແທນຂັ້ນສູງ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວໃນຂອບເຂດ ປີສາມັກຄີ ຫວຽດນາມ - ກຳປູເຈຍ 2022 ໃຫ້ເປັນຢ່າງດີ, ໃນນັ້ນມີພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດ ຄືວັນທີ 24 ມິຖຸນາ ປີ 2022 ຢູ່ນະຄອນຫຼວງ ຮ່າໂນ້ຍ, ຍູ້ແຮງການຮ່ວມມືລະຫວ່າງ ສອງພັກ, ສອງ ລັດຖະບານ, ສອງສະພາແຫ່ງຊາດ ແລະ ການພົບປະແລກປ່ຽນລະຫວ່າງໝູ່ຄະນະປະຊາຊົນສອງປະເທດ. ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນເວທີປາໄສສາກົນ, ພາກພື້ນ ແລະ ອະນຸພາກພື້ນ, ພິເສດແມ່ນໃນປີກຳປູເຈຍດຳລົງຕຳແໜ່ງປະທານອາຊຽນ 2022.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີສົ່ງຈົດໝາຍອວຍພອນພໍ່ແມ່ຊາວເຜົ່າ ຂະແມ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay

ນາຍົກລັດຖະມົນຕີສົ່ງຈົດໝາຍອວຍພອນພໍ່ແມ່ຊາວເຜົ່າ ຂະແມ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay

ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງວັດທະນະທຳທີ່ເປັນເອກະລັກສະເພາະ, ຄວາມໝາຍສຳຄັນພິເສດຂອງບຸນປີໃໝ່ Chol Chnam Thmay ແລະ ຂໍອວຍພອນໃຫ້ທຸກຄົນຈົ່ງມີໂຊກມີໄຊ

Top