• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ສະ​ເຫຼີມ​ສະຫຼອງ 30 ປີ ແຫ່ງວັນ​ສ້າງ​ຕັ້ງ ແຂວງ ກ໋ວາງ​ຈີ້ ຄືນ​ໃຫມ່

ຕອນຄ່ຳວັນທີ 30 ມິຖຸນາ, ຢູ່ແຂວງກ໋ວາງຈີ້, ໄດ້ຈັດຕັ້ງພິທີ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງແຂວງຄືນໃໝ່ ( ວັນທີ 1 ກໍລະກົດ 1989 – 1 ກໍລະກົດ 2019) ແລະ ຮັບຫຼຽນໄຊເອກະລາດຊັ້ນໜຶ່ງ ໂດຍທ່ານປະທານປະເທດມອບໃຫ້.

ທ່ານນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໊ອງ (ພາບ: Quochoi.vn)

ກ່າວຄຳເຫັນທີ່ພິທີ, ທ່ານນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໊ອງ ໄດ້ສະເໜີແຂວງກ໋ວາງຈີ້ ສືບຕໍ່ເສີມຂະຫຍາຍບັນດາທ່າແຮງທີີ່ມີຢູ່ແລ້ວ, ປະຕິບັດບັນດາເປົ້າໝາຍ,ໜ້າທີ່ທີ່ໄດ້ວາງອອກ ໃນວິວັດການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມໃຫ້ສຳເລັດຜົນ. ພິເສດ, ສືບຕໍ່ພັດທະນາກະສິກຳຕາມທິດເຕັກໂນໂລຢີສູງ, ພັດທະນາອຸດສາຫະກຳພະລັງງານ, ທ່ານນາງ ຕ່ອງທິຟ໊ອງ ເນັ້ນໜັກວ່າ:

        “ບັນດາຜົນງານທີ່ບັນລຸໄດ້ຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ແຂວງ ກ໋ວາງຈີ້ໃນຕະຫຼອດ 30 ປີທີ່ຜ່ານມາໄດ້ສືບທອດ, ຜັນຂະຫຍາຍບັນດາບົດຮຽນອັນລ້ຳຄ່າກ່ຽວກັບວຽກງານຊີ້ນຳ, ບໍລິຫານຂອງ ພະນັກງານການນຳຫຼາຍລຸ້ນ. ນີ້ແມ່ນພື້ນຖານ, ກຳລັງແຮງ ແລະ ກຳລັງໝູນ ຊຸກຍູ້ທາງແຂວງກ໋ວາງຈີ້ສືບຕໍ່ກ້າວກະໂດດຂັ້ນບືນຕົວຂຶ້ນ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງກວ່າອີກໃນຊຸມປີຈະມາເຖິງ”.

        ພາຍຫຼັງ 30 ປີ ແຫ່ງວັນສ້າງຕັ້ງແຂວງຄືນໃໝ່, ລະດັບການເຕີບໂຕເສດຖະກິດສະເລ່ຍແຕ່ລະປີຂອງແຂວງກວາງຈີ໊ ບັນລຸໄດ້ 7,8%.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top