• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ປຸກ​ລະ​ດົມ​ສັບ​ປະ​ດາ​ທະ​ເລ ແລະ ໝູ່​ເກາະ ຫວຽດ​ນາມ ລະ​ດັບ​ຊາດ, ເດືອນ​ເຄື່ອນ​ໄຫວ​ເພື່ອ​ສິ່ງ​ແວດ​ລ້ອມ​ປີ 2023

ຕອນເຊົ້າວັນທີ 4 ມິຖຸນາ, ຢູ່ແຂວງ ເງະອານ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນແຂວງ ເງະອານ ຈັດພິທີປຸກລະດົມ ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ລະດັບຊາດ, ເດືອນເຄື່ອນໄຫວເພື່ອສິ່ງແວດລ້ອມ ຕອບສະໜອງວັນມະຫາສະໝຸດໂລກ, ວັນສິ່ງແວດລ້ອມໂລກ ປີ 2023.
ພິທີປຸກລະດົມ (ພາບ: hanoimoi.com.vn)

ຫົວຂໍ້ຂອງວັນສິ່ງແວດລ້ອມໂລກປີນີ້ແມ່ນ “ມາດຕະການແກ້ໄຂມົນລະພິດຈາກສິ່ງເສດເຫຼືອພະລາດສະຕິກ”, ເຊິ່ງໃນນັ້ນ ໄດ້ສຸມໃສ່ປະຕິບັດບັ້ນເຄື່ອນໄຫວ “ຕ້ານມົນລະພິດສິ່ງເສດເຫຼືອພະລາດສະຕິກ”. ຫົວຂໍ້ປີນີ້ໄດ້ເນັ້ນເຖິງການຫັນຄຳໝັ້ນສັນຍາໃຫ້ກາຍເປັນການກະທຳລະອຽດ, ໝູນໃຊ້ມາດຕະການຫຼຸດຜ່ອນການນຳໃຊ້ຢາງພະລາດສະຕິກໄດ້ຢ່າງທົ່ວເຖິງ, ຕັ້ງເປົ້າໝາຍສະກັດກັ້ນທ່າອ່ຽງທີ່ເຮັດໃຫ້ມົນລະພິດເພີ່ມຂຶ້ນ ແລະ ຄຸນນະພາບສິ່ງແວດລ້ອມຫຼຸດລົງ.

ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ດັ້ງກວັກແຄັງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຢູ່ຂັ້ນສູນກາງ, ອຳນາດການປົກຄອງທ້ອງຖິ່ນ, ສ່ວນບຸກຄົນ ແລະ ວິສາຫະກິດ ຈົ່ງມີການກະທຳຢ່າງແທດຈິງ ເພື່ອແກ້ໄຂບັນຫາມົນລະພິດສິ່ງເສດເຫຼືອຢຢ່າງພະລາດສະຕິກ, ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນທະເລ ແລະ ມະຫາສະໝຸດ; ຂຸດຄົ້ນ, ນຳໃຊ້ຊັບພະຍາກອນຢູ່ທະເລ ແລະ ໝູ່ເກາະ ແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ

Top