• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ກ່າວ​ໄວ້​ອາ​ໄລ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ​ໄດ້​ດຳ​ເນີນ​ໃນ​ວັນ​ຕອ​ນບ່າຍ​ວັນ​ທີ 26 ກໍ​ລ​ະ​ກົດ

“ໃນຄວາມອາໄລອາວອນຢ່າງສຸດຊື້ງຂອງຈຸດເວລາອັນສັກສິດນີ້, ພວກເຮົາເຕົ້າໂຮມກັນຢູ່ທີ່ນີ້ ເພື່ອສົ່ງອຳລາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ໄປສູ່ສຸຂະຕິພົບເທີ້ນ!”.
ບັນດາຜູ້ແທນພ້ອມດ້ວຍຄອບຄົວ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນພິທີກ່າວໄວ້ອາໄລ (ພາບ: TTXVN)

ໃນເວລາ 13 ໂມງຂອງວັນທີ 26 ກໍລະກົດ, ພິທີກ່າວໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຈັດຂຶ້ນຢູ່ຫໍຈັດງານສົບແຫ່ງຊາດ ທີ່ເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ; ຫໍປະຊຸມທົງເຍິດ, ນະຄອນ ໂຮ່ຈີມິນ ແລະ ຫໍວັດທະນະທຳ ບ້ານ ລ້າຍດ່າ, ຕາແສງ ດົງໂຮ້ຍ, ເມືອງ ດົງແອັງ (ຮ່າໂນ້ຍ), ບ້ານເກີດຂອງທ່ານເລຂາທິການໃຫຍ່. ເຂົ້າຮ່ວມພິທີກ່າວໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ຫໍຈັດງານສົບແຫ່ງຊາດ ທີ່ນະຄອນ ຮ່າໂນ້ຍ ມີທ່ານປະທານປະເທດ ໂຕເລິມ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ; ພ້ອມດ້ວຍທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ;  ທ່ານປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາສູງ ກຳປູເຈຍ Hunsen, ທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo Hernandez, ຜູ້ຕາງໜ້າບັນດາຄະນະຜູ້ແທນສາກົນ ພ້ອມດ້ວຍປະຊາຊົນຈຳນວນຫຼາຍ.

ເປັນປະທານພິທີກ່າວໄວ້ອາໄລ, ທ່ານ ເລືອງເກືອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງພິທີງານສົບ ເນັ້ນໜັກວ່າ: “ໃນຄວາມອາໄລອາວອນຢ່າງສຸດຊື້ງຂອງຈຸດເວລາອັນສັກສິດນີ້, ພວກເຮົາເຕົ້າໂຮມກັນຢູ່ທີ່ນີ້ ເພື່ອສົ່ງອຳລາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ໄປສູ່ສຸຂະຕິພົບເທີ້ນ!”

ເມື່ອກ່າວບົດສະດຸດີ , ທ່ານ ໂຕເລິມ ກຳມະການກົມການເມືອງ, ປະທານປະເທດ, ຫົວໜ້າຄະນະງານສົບ ເນັ້ນໜັກວ່າ:

        “ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນຳຜູ້ດີເລີດພິເສດ, ເປັນແວນແຍງອັນໃສແຈ້ງກ່ຽວກັບການສຶກສາຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ ໂຮ່ຈີມິນ, ເປັນສະມາຊິກພັກຜູ້ຈົງຮັກພັກດີ, ມີອິດທະພົນຊື່ສຽງຢ່າງຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ເປັນຜູ້ທີ່ມີຄົບທຸກຄຸນນະທາດ, ປີຊາສາມາດ, ຈັນຍາບັນ, ພູມປັນຍາຂອງການນຳຫວຽດນາມ ໃນຍຸກສະໄໝປ່ຽນແປງໃໝ່.”

       ທ່ານ ໂຕເລິມ ກຳມະການກົມການເມືອງ, ປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນັ້ນ ແມ່ນການສູນເສຍຢ່າງໃຫຍ່ຫຼວງສຳລັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ໂດຍບໍ່ມີຫຍັງສາມາດທົດແທນໄດ້. ປະເທດຊາດສູນເສຍການນຳຜູ້ປີຊາສາມາດ. ຂະບວນການກອມມູນິດກ້າວໜ້າໂລກ ສູນເສຍນັກທິດສະດີທີ່ຫຼັກແຫຼມ. ເພື່ອນມິດສາກົນສູນເສຍໄປເພື່ອນທີ່ນ້ຳໃສໃຈຈິງ, ມິດສະຫາຍທີ່ສະໜິດສະໜົມ, ຄອບຄົວ, ວົງຕະກຸນ, ບ້ານເມືອງເສຍໄປລູກຜູ້ດີເລີດ.

        “ເກືອບ 60 ປີແຫ່ງການເຄື່ອນໄຫວປະຕິວັດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ດ້ວຍພູມປັນຍາເລິກເຊິ່ງ, ແຫຼມຄົມ, ໄດ້ປະໄວໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ລະບົບແນວຄິດ ແລະ ທິດສະດີທີ່ລ້ຳຄ່າກ່ຽວກັບເສັ້ນທາງປະຕິວັດ ຫວຽດນາມ ໃນຍຸກສະໄໝໃໝ່; ຢືດໝັ້ນນຳໃຊ້ການປະດິດຄິດສ້າງຂອງລັດທິ ມາກ - ເລນິນ, ແນວຄິດ ໂຮ່ຈີມິນ, ດ້ວຍເປົ້າໝາຍສ້າງເອກະລາດຊົນຊາດ ແລະ ລັດທິສັງຄົມນິຍົມ. ມໍລະດົກທີ່ລ້ຳຄ່ານັ້ນໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຢ່າງແຮງຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງ ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງຂະບວນການກອມມູນິດໃນໂລກໃນຍຸກສະໄໝປະຈຸບັນ”.

        ທ່ານປະທານປະເທດ ຢືນຢັນວ່າ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໝັ້ນໝາຍວ່າຈະປະຕິບັດຄວາມມຸ່ງຫວັງຂອງທ່ານເລຂາທິການໃຫຍ່, ຈົດຈຳຄຳສັ່ງສອນຕະຫຼອດໄປທີ່ວ່າ: ຖ້າເປັນມະນຸດ, ຈົ່ງເປັນນັກກອມມູນິດ, ຮັບໃຊ້ປະເທດຊາດ, ປະຊາຊຊົນຢ່າງສຸດຈິດສຸດໃຈ.

ການນຳພັກ, ລັດ ໂລງສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສົ່ງໄປລົດສົ່ງກະສານ (ພາບ: TTXVN)

ພາຍຫຼັງບົດກ່າວສະດຸດີ, ການນຳພັກ, ລັດ, ແຂກສາກົນ, ຄອບຄົວໄດ້ສະຫງວນເວລາໜຶ່ງນາທີ່ເພື່ອກົ້ມຫົວໄວ້ອາໄລເຖິງທ່ານເລຂາທິການໃຫຍ່.

ພາຍຫຼັງຄຳກ່າວຂໍຂອບໃຈຂອງຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ໂລງສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສົ່ງໄປລົດສົ່ງສະການຢູ່ນອກຫໍຈັດງານສົບໃນທ່າມກາງສຽງດຸລິຍະດັ່ງຂຶ້ນ.

        ໂລງສົບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສົ່ງໄປຜ່ານຖະໜົນຫຼາຍສາຍຂອງນະຄອນຫຼວງ ເພື່ອໄປເຂດສຸສານ ມາຍຢິກ, ນະຄອນ ຮ່າໂນ້ຍ. ພິທີປົງສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈັດຂຶ້ນໃນເວລາ 15 ໂມງຂອງວັນດຽວກັນ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top