• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ທີ່ ສປຊ, ຍີ່ປຸ່ນ ແລະ ອົດສະຕາລີ

      ວັນທີ 4 ຕຸລາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ຢ່າງສົມກຽດ, ເພື່ອໃຫ້ບັນດາສ່ວນບຸກຄົນ, ອົງການຈັດຕັ້ງ, ປະຊາຄົມຊາວຫວຽດນາມ ອາໄສ ຢູ່ ນິວຢອກ, ຕາງໜ້າບັນດາຄະນະທຸຕານຸທູດຢູ່ສະຫະປະຊາຊາດ, ອໍານາດການປົກຄອງນະຄອນປະຈໍາຖິ່ນ ອາດຈະໄປໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ.

ຜູ້ຕາງໜ້າບັນດາຄະນະປະຕິບັດງານຫວຽດນາມ ປະຈໍາ ສປຊ ໄວ້ອາໄລເຖິງດວງວິນຍານຂອງ
ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ. 
(ພາບ: TTXVN)
      ທີ່ສໍານັກງານ ຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ,  ພະນັກງານ, ພາລະກອນບັນດາອົງການຕາງໜ້າຫວຽດນາມທັງໝົດ ຢູ່ ນິວຢອກ ໂດຍທ່ານເອກອັກຄະລັດຖະທູດ ດັ້ງດິງກຸຍ ນໍາໜ້າ ໄດ້ ຈູດທູບ, ກົ້ມຫົວໄວ້ອາໄລ ເຖິງດວງວິນຍານຂອງ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ເປັນເວລາ 1 ນາທີ.
        ໃນມື້ທໍາອິດ, ຊາວຫວຽດນາມ ອາໄສຢູ່ ນິວຢອກ, ນັກສຶຶກສາ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາຄະນະປະຕິບັດງານຫວຽດນາມ ປະຈໍາ ສປຊ, ບັນດາອົງການຈັດຕັ້ງຫຼາຍຝ່າຍ ຢູ່ ນິວຢອກ ແລະ ເຈົ້າໜ້າທີ່ທ້ອງຖິ່ນ ກໍ່ໄດ້ໄປເຂົ້າຮ່ວມ ແລະແບ່ງເບົາຄວາມເສົ້າສະຫຼົດໃຈ ແລະ ຂຽນປື້ມໄວ້ອາໄລ ທ່ານອະດີດເລາຂາທິການໃຫຍ່ ໂດ໊ເມື່ອຍ ເປັນຈໍານວນຫຼວງຫຼາຍ.
      ພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ທີ່ ສະຫະປະຊາຊາດ ໄດ້ແກ່ຍາວຮອດວັນທີ 5 ຕຸລາ.
            ຕອນເຊົ້າວັນທີ 5 ຕຸລາ, ສະຖານທູດຫວຽດນາມ ປະຈໍາ ຍີ່ປຸ່ນ ໄດ້ຈັດຕັ້ງພິທີໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ. ທ່ານ Tadamori Oshima ປະທານສະພາຕໍ່າ ຍີ່ປຸ່ນ, ທ່ານ Hirotaka Akamatsu ຮອງປະທານສະພາຕໍ່າ ຍີ່ປຸ່ນ, ທ່ານ Norikazu Suzuki ຮອງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ, ທ່ານ Eikei Suzuki ເຈົ້າຄອງແຂວງ Mie, ທ່ານ Tsutomu Takebe ທີ່ປຶກສາພິເສດສໍາພັນທະມິດສະມາຊິກລັດຖະສະພາ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ທ່ານ Sugi Ryotaro ເອກອັກຄະລັດຖະທູດພິເສດ ຫວຽດນາມ - ຍີ່ປຸ່ນ, ເອກອັກຄະລັດຖະທູດບັນດາປະເທດ ລາວ, ໄທ, ບຸນກາຣີ ... ປະຈໍາ ຍີ່ປຸ່ນ ພ້ອມດ້ວຍ ເຈົ້າໜ້າທີ່ ຍີ່ປຸ່ນ ຫຼາຍຄົນ ແລະ ເພື່ອນມິດສາກົນ ໄດ້ເຂົ້າໄວ້ອາໄລ, ສະແດງຄວາມໂສກເສົ້າເສຍດາຍ ຕໍ່ການຈາກໄປຂອງ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.
ພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ທີ່ອົດສະຕາລີ
ຕອນເຊົ້າວັນທີ 05 ຕຸລາ, ສະຖານທູດ ແລະ ບັນດາສະຖານກົງສູນໃຫຍ່ຫວຽດນາມ ປະຈຳອົດສະຕາລີ ໄດ້ຈັດພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລທ່ານອະດີດເລຂາທິການໃຫຍ່ຫວຽດນາມ ໂດ໊ເມື່ອຍ, ເພື່ອໃຫ້ຄະນະທຸຕານຸທູດ, ເພື່ອນມິດຊາວອົດສະຕາລີ ແລະ ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ທີ່ນີ້ເຂົ້າໄວ້ອາໄລ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ຄອບຄົວຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.
        ໃນມື້ທຳອິດ, ຜູ້ຕາງໜ້າກະຊວງການຕ່າງປະເທດອົດສະຕາລີ, ຜູ້ຕາງໜ້າສະຖານທູດລາວ, ອິນໂດເນເຊຍ, ເວເນຊູເອລາ, ບັງກະລາເທດ ປະຈຳອົດສະຕາລີ ໄດ້ໄປໄວ້ອາໄລ ແລະ ຂຽນໃນປື້ມໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.
        ໃນປື້ມໄວ້ອາໄລ, ຜູ້ຕາງໜ້າບັນດາຄະນະຜູ້ແທນລ້ວນແຕ່ສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ, ເຊິ່ງແມ່ນການນຳທີ່ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນການຕໍ່ສູ້ປົກປັກຮັກສາປະເທດຊາດ, ກໍຄືວິວັດທະການພັດທະນາຂອງຫວຽດນາມ ໃນທຸກວັນນີ້. ທ່ານເອກອັກຄະລັດຖະທູດລາວ ປະຈຳອົດສະຕາລີ ສີສະຫວາດ ອິນພະຈັນ ໄດ້ຍ້ອງຍໍທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ແມ່ນການນຳທີ່ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການສ້າງສາການພົວພັນລະຫວ່າງ 2 ພັກ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ລາວ.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຄ້າ APEC ບໍ່ອອກຖະແຫຼງການຮ່ວມ

ກອງປະຊຸມລັດຖະມົນຕີການຄ້າ APEC ບໍ່ອອກຖະແຫຼງການຮ່ວມ

ຖະແຫຼງການຢັ້ງຢືນຄືນໃໝ່ຄວາມຕັດສິນໃຈນຳມາເຊິ່ງສະພາບແວດລ້ອມແຫ່ງການລົງທຶນ ແລະ ການຄ້າເສລີ, ເປີດເຜີຍ, ຍຸຕິທຳ

Top