• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ຢູ່ບັນດາອົງການຕາງໜ້າການທູດ ຫວຽດນາມ ຢູ່ຕ່າງປະເທດ

      ຕອນເຊົ້າວັນທີ 6 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ສປ.ຈີນ ກໍ່ໄດ້ຈັດຕັ້ງພິທີໄວ້ອາໄລ ທ່ານອະດີດເລຂາທິການໃກຍ່ ໂດ໊ເມື່ອຍ.

ສະຖານທູດ ຫວຽດນາມ ຢູ່ ອາເມລິກາ ຈັດຕັ້ງພິທີໄວ້ອາໄລ
      ໃນລະຫວ່າງວັນທີ 6 ແລະ 7 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ໄດ້ຈັດພິທີຂຽນປື້ມ ແລະ ໄວ້ອາໄລທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂດ໊ເມື່ອຍ ຢູ່ສະຖານທູດ ຫວຽດນາມ ປະຈຳ ມົດສະກູ.
        ຕອນເຊົ້າວັນທີ 6 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ສປ.ຈີນ ກໍ່ໄດ້ຈັດຕັ້ງພິທີໄວ້ອາໄລ ທ່ານອະດີດເລຂາທິການໃກຍ່ ໂດ໊ເມື່ອຍ. ປຶ້ມໄວ້ອາໄລໃນລະຫວ່າງວັນທີ 6 – 8 ຕຸລາ ເພື່ອຕາງໜ້າໃຫ້ອຳນາດການປົກຄອງປະເທດປະຈຳຖິ່ນ ແລະ ບັນດາຄະນະທຸຕານຸທູດ ປະຈຳ ຈີນ ໄດ້ເຂົ້າໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.
        ກ່ອນໜ້ານັ້ນ, ວັນທີ 4 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ ກີແອບ, ປະເທດ ຢູແກຼນ ໄດ້ຈັດພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.
        ໃນລະຫວ່າງວັນທີ 4 – 5 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ກໍ່ໄດ້ຈັດພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.

ພະນັກງານ, ລັດຖະກອນຢູສະຖານທູດ ຫວຽດນາມ ປະຈຳ ຈີເລ ກົ້ມຫົວໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ
      ໃນລະຫວ່າງວັນທີ 5 - 6 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ຈີເລ ໄດ້ຈັດພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.
ສ່ວນສະຖານທູດ ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ ກໍ່ໄດ້ຈັດພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໃນລະຫວ່າງວັນທີ 4 – 5 ຕຸລາ.
ພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ກໍ່ໄດ້ຮັບການຈັດຕັ້ງຢູ່ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ, ການາດາ, ໂຮນລັງ, ໄທ, ສ. ເກົາຫຼີ, ມຽນມາ, ກູບາ, ອິນເດຍ, ອິດສະຣາແອັນ… ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top