• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄຂງານມະຫາກຳກິລາ Olympic ລະດູໜາວ Pyeong Chang 2018

      ດ້ວຍຄຳຂວັນ ຄວາມເມົາມົວ, ການເຊື່ອມຈອດ”, ງານມະຫາກຳກິລາ Pyeong Chang ຈະດຳເນີນແຕ່ນີ້ຮອດວັນທີ 25 ກຸມພາ, ເຊິ່ງເປັນງານ Olympic ລະດູໜາວໃຫຍ່ທີ່ສຸດນັບແຕ່ກ່ອນມານີ້

ທົ່ວສະໜາມກິລາ Pyeong Chang ໄດ້ແຈ້ງສະຫວ່າງຂຶ້ນໃນທ່າມກາງດ້ວຍພິທີໄຂຟົດຟື້ນ 
      ຕອນຄ່ຳວັນທີ 9 ກຸມພາ, ງານມະຫາກຳກິລາລະດູໜາວ Pyeong Chang ປີ 2018 ໄດ້ໄຂຂຶ້ນຢ່າງເປັນທາງການທີ່ສະໜາມກິລາ Olympic Pyeong Chang ຢູ່ນະຄອນ Pyeong Chang (ສ. ເກົາຫຼີ) ດ້ວຍພິທີໄຂທີ່ມີຫົວຂໍ້ວ່າ ສັນຕິພາບ ແລະ ອະນາຄົດ. ທົ່ວສະໜາມກິລາ Pyeong Chang ໄດ້ແຈ້ງສະຫວ່າງຂຶ້ນໃນທ່າມກາງດ້ວຍພິທີໄຂຟົດຟື້ນ, ເຂັ້ມຂຂຸ້ນໄປດ້ວຍສີສັນທັນສະໄໝ. ພິທີໄຂໄດ້ຈັດຕັ້ງຂຶ້ນຢູ່ສະໜາມກິລາສາມາດບັນລຸ 35.000 ທີ່ນັ່ງ, ຊີ້ແຈ້ງບັນດາທະສະນະທີ່ເປັນມູນເຊື້ອ ແລະ ທັນສະໄໝຂອງ ສ. ເກົາຫຼີ ກ່ຽວກັບຄວາມປອງດອງ ແລະ ການເຕົ້າໂຮມ, ພ້ອມທັງເນັ້ນໜັກຄວາມຫວັງຂອງປະຊາຊົນກ່ຽວກັບສັນຕິພາບ.
        ດ້ວຍຄຳຂວັນ “ຄວາມເມົາມົວ, ການເຊື່ອມຈອດ”, ງານມະຫາກຳກິລາ Pyeong Chang ຈະດຳເນີນແຕ່ນີ້ຮອດວັນທີ 25 ກຸມພາ, ເຊິ່ງເປັນງານ Olympic ລະດູໜາວໃຫຍ່ທີ່ສຸດນັບແຕ່ກ່ອນມານີ້, ດ້ວຍການເຂົ້າຮ່ວມແຂ່ງຂັນກິລາຂອງນັກກິລາເກືອບ 3.000 ຄົນທີ່ມາຈາກ 92 ປະເທດ ແລະ ເຂດແຄ້ວນ, ແຂ່ງຂັນເພື່ອຍາດໄດ້ຫຼຽນ 102 ຊຸດ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top