• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີເລີ່ມຈ້ຳກາຍາມຕົ້ນປີໃໝ່ຢູ່ເຂດມໍລະດົກພະລາຊະວັງ ເຫ້ວ

ສູນອະນຸລັກຮັກສາປະຊະນີຍະສະຖານກຸ່ງເກົ່າ ເຫ້ວ ໄດ້ວາດພາບຄືນພິທີເອົາຕົ້ນກະຖິນລົງຢ່າງສົມກຽດ.
ພິທີເອົາຕົ້ນກະຖິນລົງ (ພາບ: TTXVN)

ຕອນເຊົ້າວັນທີ 16 ກຸມພາ, ສູນອະນຸລັກຮັກສາປູຊະນີຍະສະຖານກຸ່ງເກົ່າ ເຫ້ວ ໄດ້ຈັດພິທີເອົາຕົ້ນກະຖິນລົງ ແລະ ຈ້ຳກາ ອວຍພອນລະດູບານໃໝ່ປີມະໂລງ ຢູ່ ຈ້ຽວມຽວ ແລະ ເທມຽວ, ແຫ່ງບູຊາບັນດາເຈົ້າຊີວິດ ຫງວຽນ, ຂຶ້ນກັບເຂດ ມໍລະດົກພະລາຊະວັງ ເຫ້ວ.

ສູນອະນຸລັກຮັກສາປະຊະນີຍະສະຖານກຸ່ງເກົ່າ ເຫ້ວ ໄດ້ວາດພາບຄືນພິທີເອົາຕົ້ນກະຖິນລົງຢ່າງສົມກຽດ. ພາຍຫຼັງເອົາຕົ້ນກະຖິນລົງ, ທາງສູນຈະປະຕິບັດພິທີຈ້ຳກາອວຍພອນລະດູບານໃໝ່, ຂຽນຕົວໜັງສືຍາມຕົ້ນປີໃໝ່ມອບໃຫ້ແຂກມາຢ້ຽມຢາມເຂດມໍລະດົກພະລາຊະວັງ ເຫ້ວ.

ທ່ານ ຫງວຽນເຟືອກຫາຍຈູງ, ຮອງຫົວໜ້າສູນອະນຸລັກຮັກສາປູຊະນີຍະສະຖານກຸ່ງເກົ່າ ເຫ້ວ, ໃຫ້ຮູ້ວ່າ, ການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອນີ້ໄດ້ວາດພາບຄືນໃໝ່ ດ້ວຍບັນດາພິທີກຳທີ່ຄ້າຍຄືກັນໃນສະໄໝລາຊະວົງ ຫງວຽນ, ເພື່ອສ້າງຈຸດເປັນເອກະລັກສະເພາະດຶງດູດແຂກທ່ອງທ່ຽວມາຢ້ຽມຢາມ, ເຊື່ອມຕົວຍາມຕົ້ນປີໃໝ່.

“ນອກຈາກມີຄວາມໝາຍດ້ານຈິດໃຈໃນໝູ່ປະຊາຊົນໃນເມື່ອກ່ອນແລ້ວ, ຕົ້ນກະຖິນໃນພະລາຊະວັງຍັງເປັນການສົ່ງສັນຍານຮອດບຸນເຕັດ ແລະ ສິ້ນສຸດບຸນເຕັດ. ການປຸກຕົ້ນກະຖິນແມ່ນສົ່ງສັນຍານວ່າ ບຸນເຕັດວຽນມາແລ້ວ, ເມື່ອເອົາຕົ້ນກະຖິນລົງແມ່ນສິ້ນສຸດບຸນເຕັດ. ຕາມມູນເຊື້ອໃນເມື່ອກ່ອນ, ພວກຂ້າພະເຈົ້າໄດ້ຈັດພິທີເອົາຕົ້ນກະຖິນລົງຈ້ຳກາ. ພວກຂ້າພະເຈົ້າໄດ້ມອບຕົວໜັງສືໃຫ້ແຂກທ່ອງທ່ຽວຄືດັ່ງຄຳອວຍພອນຍາມຕົ້ນປີໃໝ່”.

(ແຫຼ່ງຄັດຈາກ VOV)

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ

ສະ​ເໜີສອງ​ສະ​ພາ​ແຫ່ງ​ຊາດ​ຕັ້ງ​ໜ້າ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ປະ​ສານ​ສົມ​ທົບ​ກັນ​ຄົ້ນ​ຄ້​ວາ, ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top