• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີເຄົາລົບທຸງຍາມຕົ້ນປີໃໝ່ໄດ້ຮັບການຈັດຂຶ້ນຢ່າງສັກກາລະບູຊາ ຢູ່ເຂດຊາຍແດນ,ທະເລໝູ່ເກາະ

ວັນທີ 10 ກຸມພາ, ກົງກັບວັນທີ 1 ບຸນເຕັດປີມະໂລງ,ມີພະນັກງານ, ນັກຮົບນັບພັນຄົນ ຢູ່ 21 ໝູ່ເກາະ, ສະຖານທີ່ຕັ້ງທັບ 33ແຫ່ງ, ພໍ່ແມ່ປະຊາຊົນຊາວປະມົງເຈື່ອງຊາ ແລະ ພະນັກງານ, ນັກຮົບຢູ່ເຮືອນຍາມ DK1 ໄດ້ປະຕິບັດພິທີເຄົາລົບທຸງຍາມຕົ້ນປີໃໝ່
ພິທີເຄົາລົບທຸງ (ພາບ: ຫງວຽນແຄັ້ງ)

ພິທີເຄົາລົບທຸງ ອະທິປະໄຕຍາມ ຕົ້ນປີໃໝ່ແມ່ນ ພິທີສັກກາລະບູຊາ,ສະແດງໃຫ້ເຫັນນ້ຳໃຈຮັກຊາດ, ຈິດໃຈຄວາມຮັບຜິດຊອບຂອງນາຍທະຫານແຕ່ລະຄົນ ແລະ ຄວາມຕັດສິນໃຈຂອງໝູ່ຄະນະພະນັກງານ, ນັກຮົບແຕ່ລະກົມກອງ ໃນການປະສົບຜົນສຳເລັດດ້ວຍໄຊຊະນະຫຼາຍຢ່າງໃນປີໃໝ່.         

ວັນທີ 10 ກຸມພາ, ກົງກັບວັນທີ 1 ບຸນເຕັດປີມະໂລງ,ມີພະນັກງານ, ນັກຮົບນັບພັນຄົນ ຢູ່ 21 ໝູ່ເກາະ, ສະຖານທີ່ຕັ້ງທັບ 33ແຫ່ງ, ພໍ່ແມ່ປະຊາຊົນຊາວປະມົງເຈື່ອງຊາ ແລະ ພະນັກງານ, ນັກຮົບຢູ່ເຮືອນຍາມ DK1 ໄດ້ປະຕິບັດພິທີເຄົາລົບທຸງຍາມຕົ້ນປີໃໝ່. ຢູ່ເທດສະບານເຈື່ອງຊາ,ມີພະລັກງານ, ນັກຮົບ, ຄູບ່າ, ຊາວປະມົງ, ຄູສອນແລະ ນ້ອງໆນັກຮຽນນັບຮ້ອຍຄົນ ໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດ.

ພາຍຫຼັງພິທີເຄົາລົບທຸງ, ບັນດາພະນັກງານ, ນັກຮົບ ໄດ້ເຂົ້າຮ່ວມການສະແດງມວຍ ແລະ ການລະຫຼິ້ນພື້ນເມືອງ, ບັນດາຄູສອນ ແລະ ນັກຮຽນໃນໝູ່ເກາະໄດ້ໄປຢ້ຽມຢາມວັດວາອາຮາມ; ບັນດາຄູບ່າຈັດພິທີພາວະນາຂໍໃຫ້ ປະຊາຊົນມີຄວາມຢູ່ເຢັນເປັນສຸກ, ປະເທດຊາດມີການວັດທະນາຖາວອນຈະເລີນຮຸງເຮືອງ. ກໍ່ໃນຕອນເຊົ້າວັນທີ 1 ບຸນເຕັດ,ເກາະແຫ່ງຕ່າງໆຄື: ນາມອຽດ, ຊິງໂຕນ,ຊອງຕືໄຕ, ດ້າໄຕອາ, ເຊີນກາ… ພ້ອມກັນຈັດຕັ້ງພິທີເຄົາລົບທຸງຍາມຕົ້ນປີໃໝ່.

(ແຫຼ່ງຄັດຈາກ VOV)

ເວ​ທີ​ປາ​ໄສ AFF: ເຊື່ອມ​ຕໍ່​ບັນ​ດາ​ພັກ​ການ​ເມືອງ ແລະ ຕົວ​ເມືອງ ອາ​ຊຽນ

ເວ​ທີ​ປາ​ໄສ AFF: ເຊື່ອມ​ຕໍ່​ບັນ​ດາ​ພັກ​ການ​ເມືອງ ແລະ ຕົວ​ເມືອງ ອາ​ຊຽນ

ກອງ​ປ​ະ​ຊຸມ​ການ​ນຳ​ບັນ​ດາ​ນະ​ຄອນ ອາ​ຊຽນ​ໂດຍ​ນະ​ຄອນ​ຮ່າ​ໂນ້​ຍ​ຈັດ​​ການ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ເຕີບ​ໂຕ​ສີ​ຂຽວ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ຮັບ​ມື​ຕໍ່​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່.

Top