• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີອາໄລຫາ, ສູດສັກອະນິດຈາເຖິງດວງວິນຍານບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ຮ່າຢາງ

      ຕອນເຊົ້າວັນທີ 07 ກໍລະກົດ, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ວິຊວຽນ, ເມືອງ ວິຊວຽນ, ແຂວງ ຮ່າຢາງ, ສະມາຄົມພຸດທະສາສະໜາແຂວງ ຮ່າຢາງ ໄດ້ຈັດຕັ້ງພິທີອາໄລຫາ, ສູດສັກອະນິດຈາເຖິງດວງວິນຍານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ພໍ່ແມ່ປະຊາຊົນເສຍຊີວິດ; ຂໍໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນມີຄວາມອີ່ມໜຳສຳລານ ແລະ ຢູ່ເຢັນເປັນສຸກ.
             ພະມະຫາອາຈານ ທິກຢາກວາງ, ຮອງປະທານສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາ ຫວຽດນານ ໃຫ້ຮູ້ວ່າ:
        ແຕ່ລະປີ, ສະມາຄົມພຸດທະສາສະໜາ ຫວຽດນາມ, ບັນດາຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ບັນດາແຂວງ, ພິເສດແມ່ນບັນດາທ້ອງຖິ່ນເກີດສົງຄາມ, ມີບັນດາສຸສານ, ອະນຸສາວະລີຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດພວກຂ້າພະເຈົ້າລ້ວນແຕ່ຈັດຕັ້ງພິທີອາໄລຫາ, ສູດສັກອະນິດຈາ. ປີນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງການຕໍ່ສູ້ປົກປັກຮັກສາຊາຍແດນພາກເໜືອ, ສະມາຄົມພຸດທະສາສະໜາແຂວງ ຮ່າຢາງ ໄດ້ຈັດຕັ້ງພິທີສູດສັກອະນິດຈາ, ອາໄລຫາບຸນຄຸນຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ພໍ່ແມ່ປະຊາຊົນເສຍຊີວິດໃນສົງຄາມ.

ພະມະຫາອາຈານ ທິກຢາກວາງ, ຮອງປະທານສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາ ຫວຽດນານ
              ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 06 ກໍລະກົດ, ຜູ້ຕາງໜ້າສະມາຄົມພຸດທະສາສະໜາ ຫວຽດນາມ ພ້ອມກັບບັນດາພະສົງສຳມະເນນ, ພຸດທະສາສະນິກກະຊົນ ແລະ ປະຊາຊົນບັນດາເຜົ່າແຂວງ ຮ່າຢາງ ໄດ້ຈັດຕັ້ງພິທີໄຕ້ທຽນ ເພື່ອສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ວິຊວຽນ.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top