• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

ຕອນບ່າຍວັນທີ 28 ພະຈິກນີ້ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງໂຕກຽວ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ (1973-2023) . ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ, ເຈົ້າຈັກກະພັດ ຍີ່ປຸ່ນ Akishino ແລະ ເຈົ້າຍິງ, ປະທານສະພາຕ່ຳ ຍີ່ປຸ່ນ Nukaga Fukushiro, ພ້ອມກັບເຈົ້າໜ້າທີ່ຂອງຫວຽດນາມ ແລະ ຍີ່ປຸ່ນ ອີກຫຼາຍທ່ານ.
ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ

ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໃຫ້ຮູ້ວ່າ: ຜ່ານບັນດາໄລຍະປະຫວັດສາດ ແລະ ພາຍຫຼັງ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ດ້ວຍຄວາມຄ້າຍຄືກັນດ້ານວັດທະນະທຳ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ພິເສດແມ່ນຄວາມມານະພະຍາຍາມຂອງການນຳ ແລະ  ແລະ ປະຊາຊົນຫຼາຍລຸ້ນຄົນຂອງສອງປະເທດ, ການການພົວພັນຮ່ວມມື ແລະ ໄມຕີຈິດມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ພັດທະນາຢ່າງຕັ້ງໜ້າ ແລະ ແທດຈິງ ແລະ ບັນລຸໄດ້ບັນດາຜົນງານສຳຄັນ ແລະ ໃຫຍ່ຫຼວງໃນຫຼາຍຂົງເຂດການເມືອງ, ເສດຖະກິດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ວັດທະນະທໍາ, ການສຶກສາ, ແລະການແລກປ່ຽນປະຊາຊົນ. ບັນດາທ້ອງຖິ່ນຂອງສອງປະເທດໄດ້ຕັ້ງໜ້າຊຸກຍູ້ການແລກປ່ຽນ ແລະ ການຮ່ວມມື ແລະ ໄດ້ສ້າງຕັ້ງການພົວພັນເກືອບ 100 ຄູ່ທ້ອງຖິ່ນ ແລະ ໄດ້ລົງນາມໃນເອກະສານຮ່ວມມື 110 ສະບັບ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Kamikawa Yoko ຢືນຢັນວ່າ ບັນດາການເຄື່ອນໄຫວຮ່ວມມືທີ່ໝັ້ນຄົງ ໃນຕະຫຼອດ 50 ປີຜ່ານມາ ໄດ້ສ້າງພື້ນຖານໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ.   

ທີ່ພິທີສະເຫຼີມສະຫຼອງ, ໄດ້ດຳເນີນລາຍການຄອນເສີດມິດຕະພາບພິເສດຫວຽດນາມ - ຍີ່ປຸ່ນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top