• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພິທີສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດປະມານສະພາແຫ່ງລັດ ຫວຽດນາມ ຫວໍຈີ້ກົງ

ເຂົ້າຮ່ວມພິທີມີທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ບັນດາທ່ານການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ການນຳແຂວງ ກ໋ວາງນາມ ແລະ ບາງທ້ອງຖິ່ນ; ບັນດານັກປະຕິວັດຜູ້ອາວຸໂສ, ແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນ ກຳລັງປະກອບອາວຸດປະຊາຊົນ ແລະ ບັນດາແຂກສາກົນ.

ເຂົ້າຮ່ວມພິທີມີທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ບັນດາທ່ານການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ການນຳແຂວງ ກ໋ວາງນາມ ແລະ ບາງທ້ອງຖິ່ນ; ບັນດານັກປະຕິວັດຜູ້ອາວຸໂສ, ແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນ ກຳລັງປະກອບອາວຸດປະຊາຊົນ ແລະ ບັນດາແຂກສາກົນ.

   

ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ

ຕອນຄ່ຳວັນທີ 6 ສິງຫາ, ຢູ່ນະຄອນ ຕາມກີ່, ແຂວງ ກ໋ວາງນາມ, ໄດ້ຈັດພິທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານສະພາແຫ່ງລັດ ຫວໍຈີ້ກົງ ຄົບຮອບ 110 ປີ (7/8/1912 – 7/8/2022). ເຂົ້າຮ່ວມພິທີມີທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ບັນດາທ່ານການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ການນຳແຂວງ ກ໋ວາງນາມ ແລະ ບາງທ້ອງຖິ່ນ; ບັນດານັກປະຕິວັດຜູ້ອາວຸໂສ, ແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນ ກຳລັງປະກອບອາວຸດປະຊາຊົນ ແລະ ບັນດາແຂກສາກົນ.

ທ່ານ ຫວໍຈີ້ກົງ, ມີຊື່ແທ້ວ່າ ຫວໍຕ່ວານ (ຊື່ເຄີຍເອີ້ນວ່າ: ຊວນ, ນຳກົງ), ເກີດວັນທີ 7 ສິງຫາ 1912 ຢູ່ແຂວງ ກ໋ວາງນາມ. ທ່ານໄດ້ເຂົ້າຮ່ວມຂະບວນການປະຕິວັດ ແລະ ໄດ້ເຂົ້າເປັນສະມາຊິກພັກແມື່ປີ 1935, ທ່ານໄດ້ກາຍເປັນພະນັກງານການນຳຫຼັກແຫຼ່ງຂອງຂະບວນການປະຕິວັດຢູ່ ກ໋ວາງນາມ, ເຊິ່ງເປັນສະຖານທີ່ມີບັນດາການເຄື່ອນໄຫວທຳອິດທີ່ເປັນຂີດໝາຍບັນດາບາດກ້າວເຕີບໃຫຍ່ຂະຫຍາຍຕົວຂອງທ່ານ ໃນໄລຍະທາງເຄື່ອນໄຫວປະຕິວັດມາເປັນເວລາເກືອບ 80 ປີ.

ໂດຍເສີມຂະຫຍາຍມູນເຊື້ອຂອງບ້ານເກີດເມືອງນອນຂອງນັກວິລະຊົນປະຕິວັດ, ຍົກສູງແບບຢ່າງທີ່ໃສແຈ້ງຂອງທ່ານປະທານສະພາແຫ່ງລັດ ຫວໍຈີ້ກົງ, ແຂວງ ກ໋ວາງນາມ ຍາມໃດກໍ່ກຳແໜ້ນກຸ່ມກ້ອນສາມັກຄີເອກະພາບ, ຮ່ວມແຮງຮ່ວມໃຈ, ຜ່ານຜ່າທຸກສິ່ງທ້າທາຍ; ບື່ນຕົວຂຶ້ນປະຕິບັດສຳເລັດໜ້າທີ່, ປະກອບສ່ວນຢ່າງເໝາະສົມເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ດ່າໜັງ ຕ້ອນຮັບຖ້ຽວບິນທຳອິດຈາກ ວລາດີໂວສຕັອກ

ດ່າໜັງ ຕ້ອນຮັບຖ້ຽວບິນທຳອິດຈາກ ວລາດີໂວສຕັອກ

ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ນະຄອນ ດ່າໜັງ ຮ່ວມກັບ ບໍລິສັດ ທ່ອງທ່ຽວ ແລະ ການຄ້າ Anex ຫວຽດນາມ ຈຳກັດ (Anex Tour Vietnam) ໃນວັນທີ 16 ເມສາ ໄດ້ຈັດພິທີຕ້ອນຮັບຖ້ຽວບິນທຳອິດຈາກ ວລາດີໂວສຕັອກ (Vladivostok) ລັດເຊຍ, ເຊິ່ງເປັນຂີດໝາຍການເລີ່ມຕົ້ນໂຄງການຂຸດຄົ້ນຕະຫຼາດນັກທ່ອງທ່ຽວສາກົນຈາກ ລັດເຊຍ ແລະ ກຸ່ມປະເທດເອກະລາດ (CIS) ມາຍັງນະຄອນພາກກາງແຫ່ງນີ້ ໃນລະດູຮ້ອນ ປີ 2026.

Top