• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫລີມສະຫລອງ 70 ປີແຫ່ງວັນສ້າງຕັ້ງກຳລັງຊາວຫນຸ່ມຕະລຸມບ່ອນ

ພາຍຫລັງ 70 ປີແຫ່ງການສ້າງຕັ້ງ, ກຳລັງຊາວຫນຸ່ມຕະລຸມບ່ອນຫວຽດນາມ ໄດ້ເຕີບໃຫຍ່ ຢ່າງບໍ່ຢຸດຢັ້ງ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: VGP) 

ຕອນເຊົ້າວັນທີ 14 ກໍລະກົດ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງ 70 ປີແຫ່ງວັນສ້າງຕັ້ງ ກຳລັງຊາວຫນຸ່ມຕະລຸມບ່ອນຫວຽດນາມ (15/7/1950-15/7/2020). ກ່າວຄຳເຫັນນະພິທີ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ ປະຫວັດສາດແຫ່ງການປະຕິວັດຂອງຊາດໄດ້ຢັ້ງຢືນລຸ້ນຊາວຫນຸ່ມຕະລຸມບ່ອນ ຍາມໃດກໍ່ມີຈິດໃຈຮັກຊາດ, ບໍ່ຫວາດຫວັ່ນຄວາມຫຍຸ້ງຍາກລຳບາກ ພ້ອມແລ້ວເສຍສະຫລະເພື່ອພາລະກິດປົດປ່ອຍຊາດ.  ພາຍຫລັງ 70 ປີແຫ່ງການສ້າງຕັ້ງ, ກຳລັງຊາວຫນຸ່ມຕະລຸມບ່ອນຫວຽດນາມ ໄດ້ເຕີບໃຫຍ່ ຢ່າງບໍ່ຢຸດຢັ້ງ, ສະແດງໃຫ້ເຫັນກຳລັງແຮງ ແລະ ເຈດຈຳນົງໃນກິດຈະການຕໍ່ສູ້ກູ້ຊາດ ແລະສ້າງສາປະເທດຊາດ. ທ່ານກ່າວວ່າ:

“ບັນດາຂີດໝາຍປະຫວັດສາດ, ໄຊຊະນະອັນສະຫງ່າລາສີໃນການຕໍ່ສູ້ປົກປັກຮັກສາປະເທດຊາດ ລ້ວນແຕ່ມີການປະກອບສ່ວນສຳຄັນຂອງກຳລັງຊາວຫນຸ່ມຕະລຸມບ່ອນ. ບັນດາແບບຢ່າງເສຍສະຫລະຢ່າງພິລະອາດຫານຂອງຊາວຫນຸ່ມຕະລຸມບ່ອນ ປະກອບສ່ວນເຮັດໃຫ້ລັດທິວິລະຊົນປະຕິວັດກາຍເປັນຄວາມເອກອ້າງທະນົງໃຈຂອງຊາວຫນຸ່ມຫວຽດນາມ ລຸ້ນຕ່າງໆ”.

(ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

ກຸ່ມເຂດອະນຸສອນສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ, ກົນເຊີນ, ກຽບບາກ ນອນຢູ່ບັນດາແຂວງ ກວາງນິງ, ບັກນິງ ແລະ ນະຄອນ ຫາຍຟ່ອງ ດ້ວຍຖືເອົາສາສະໜາພຸດ ນິກາຍ ຈຸກເລີມ ເປັນແກ່ນສານ - ໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດທີ XIII ໂດຍບັນດາເຈົ້າຊີວິດຂອງລາດຊະວົງ ເຈິ່ນ.

Top