• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີມອບລາງວັນການຂົນຂວາຍປະດິດຄິດແຕ່ງບົດເພງດວງດອກໄມ້ອະມະຕະ

ຕອນຄ່ຳວັນທີ 20 ກໍລະກົດ ຢູ່ ຮ່າຕິ້ງ, ສູນກາງຄະນະຊາວຫນຸ່ມກອມມູນິດ ໂຮ່ຈິມີນ ໄດ້ສົມທົບກັບແຂວງ ຮ່າຕິ້ງ ຈັດຕັ້ງພິທີສະຫລຸບ ແລະ ມອບລາງວັນການຂົນຂວາຍປະດິດຄິດແຕ່ງບົດເພງສະເຫລີມສະຫລອງ 50 ປີແຫ່ງວັນໄຊຊະນະ ດົງລົກ (24ກໍລະກົດປີ1968- 24 ກໍລະກົດປີ 2018) ດ້ວຍຫົວຂໍ້ “ບັນດາດວງດອກໄມ້ອະມະຕະ”.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກມອບລາງວັນໃຫ້ຜູ້ໄດ້ຮັບລາງວັນໃນການແຂ່ງຂັນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ເຂົ້າຮ່ວມເຫດການນີ້.

ຜ່ານ 2 ເດືອນແຫ່ງການປຸກລະດົມການແຂ່ງຂັນປະດິດຄິດແຕ່ງ ມີ 87 ບົດເພງໄດ້ສົ່ງ ເຂົ້າຮ່ວມການແຂ່ງຂັນ,  ຄະນະຈັດຕັ້ງໄດ້ຄັດເລືອກ 10 ບົດເພງເພື່ອໃຫ້ລາງວັນ, ໃນນັ້ນ ລາງວັນ A ຫນຶ່ງລາງວັນ, ລາງວັນ B ຫນຶ່ງລາງວັນ, ລາງວັນ C ຫນຶ່ງ ລາງວັນ ແລະ ລາງວັນຊົມເຊີຍ 7 ລາງວັນ. ລາງວັນ A ແມ່ນໄດ້ແກ່ບົດເພງ “ເລື່ອງນິທານບ້ານເກີດເມືອງນອນຂອງເຮົາ”. ອ້າຍ ຫງວຽນງອກເລືອງ, ເລຂາສູນກາງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ ໃຫ້ຮູ້ວ່າ:

        “ຜູ້ປະດິດຄິດແຕ່ງບົດເພງໄດ້ນຳໃຊ້ດົນຕີພື້ນເມືອງເຂົ້າໃນບັນດາບົດເພງຢ່າງຄ່ອງແຄ້ວ ສ້າງຄວາມສະຫນິດສະຫນົມ ແລະ ເຕັມໄປດ້ວຍໄມຕີຈິດ. ນຳມາເຊິ່ງພະລັງຊີວິດໃຫມ່ໃຫ້ບົດເພງຫລາຍບົດ ຜ່ານການຂັບຮ້ອງແບບທັງຫນຸ່ມແຕ່ເຕັມໄປດ້ວຍຄວາມຮູ້ສຶກກ່ຽວກັບການເສຍສະຫລະຂອງຄົນລຸ້ນກ່ອນສຳລັບການຕໍ່ສູ້ປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ຂອງຊາດ ຈາກນັ້ນ ກຳນົດໄດ້ຫນ້າທີ່ຄວາມຮັບຜິດຊອບຂອງຕົນໃນໄລຍະປະຈຸບັນເພື່ອດຳລົງຊີວິດໃຫ້ເໝາະສົມກັບການເສຍສະຫລະຂອງຄົນລຸ້ນກ່ອນ.”

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top