• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີປິດຊຸດຝຶກອົບຮົມປະດິດແຕ່ງຟ້ອນ ແລະ ກຳກັບການສະແດງໃຫ້ແກ່ບັນດານັກສິລະປິນລາວ

      ຊຸດຝຶກອົບຮົມຄັ້ງນີ້ແມ່ນເພື່ອແນໃສ່ຊ່ວຍໃຫ້ບັນດາຜູ້ປະດິດແຕ່ງກຳກັບການຟ້ອນ, ນັກສະແດງຂອງລາວ ໄດ້ສຳຜັດກັບບັນດາເຕັກນິກໃໝ່, ຍົກສູງການປະດິດຄິດສ້າງ, ພັດທະນາການຟ້ອນ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາ ຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 319 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງຈາກ 38 ປະເທດ ແລະ ເຂດແຄ້ວນ ຝາກມາລາຍການ, ໃນນັ້ນພາກພາສາລາວ ໄດ້ຮັບຈົດໝາຍ 12 ສະບັບ.
    ໃນອາທິດຜ່ານມາ, ເພື່ອນທິດາ ກິດຈະເລີນ, ເພື່ອນ ຈັນແສງ ພິມມະວົງ, ເພື່ອນຈັນທະວີ ແລະ ເພື່ອນຄຳມີ ໄດ້ໂທລະສັບ, ສົ່ງຂໍ້ຄວາມມາລາຍການ ດ້ວຍການສົ່ງຄຳອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (ວັນທີ 21 ມິຖຸນາ 1925 – 21 ມິຖຸນາ 2019). ໃນນັ້ນ, ເພື່ອນ ຄຳມີ ໃຫ້ຮູ້ວ່າ: ອາຊີບນັກຂ່າວຍາມໃດກໍ່ຕິດພັນກັບຄວາມສະຫງ່າຜ່າເຜີຍ, ເປັນໜ້າເອກອ້າງທະນົງໃຈ ແຕ່ກໍ່ປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ເນື່ອງໃນໂອກາດນີ້, ເພື່ອນ ຄຳມີ ໄດ້ອວຍພອນໃຫ້ບັນດາອ້າຍ, ເອື້ອຍ, ນ້ອງຂອງ VOV ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ບັນລຸຜົນສຳເລັດໃນວຽກງານຂອງຕົນ.
    ລາຍການພາກພາສາລາວ, VOV,ຂໍຂອບໃຈບັນດາທ່ານຜູ້ຟັງທີ່ໄດ້ສົ່ງບັນດາຄຳອວຍພອນອັນດີງາມ ໃຫ້ແກ່ບັນດາພວກອ້າຍ, ເອື້ອຍ, ນ້ອງ VOV. ຫວັງວ່າ, ໃນໄລຍະຈະມາເຖິງ, ບັນດາທ່ານຜູ້ຟັງຈະປະກອບຄຳເຫັນໃຫ້ແກ່ລາຍການຫຼາຍກວ່າອີກ, ເພື່ອຊ່ວຍໃຫ້ VOV ເວົ້າລວມ, ກໍຄືລາຍການພາກພາສາລາວ ເວົ້າສະເພາະ ນັບມື້ນັບດີກວ່າ.

(ພິທີປິດຊຸດຝຶກອົບຮົມປະດິດແຕ່ງຟ້ອນ ແລະ ກຳກັບການສະແດງໃຫ້ແກ່ບັນດານັກສິລະປິນລາວ)
      
      ເພື່ອນ ວຽງຄຳ, ຢູ່ນະຄອນຫຼວງວຽງຈັນ, ໄດ້ສົ່ງອີແມວມາຍັງລາຍການໂດຍແບ່ງປັນວ່າ: ວັນທີ 21 ມິຖຸນາ ຜ່ານມາ, ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີປິດຊຸດຝຶກອົບຮົມປະດິດແຕ່ງຟ້ອນ ແລະ ກຳກັບການສະແດງໃຫ້ແກ່ບັນດານັກສິລະປິນລາວ. ຊຸດຝຶກອົບຮົມທີ່ສະຫງວນໃຫ້ບັນດານັກສິລະປິນລາວ ຖືກດຳເນີນເປັນເວລາ 3 ເດືອນ, ດ້ວຍສຳມະນາກອນທັງໝົດ 40 ຄົນ ເຊິ່ງແມ່ນນັກສິລະປິນຂອງກົມສິລະປະການສະແດງ, ຄະນະສິລະປະແຫ່ງຊາດ… ແລະ ບັນດາແຂວງ, ນະຄອນຂອງທັງ 3 ພາກເໜືອ, ພາກກາງ ແລະ ພາກໃຕ້ຂອງລາວ ເຂົ້າຮ່ວມ. ຊຸດຝຶກອົບຮົມຄັ້ງນີ້ແມ່ນເພື່ອແນໃສ່ຊ່ວຍໃຫ້ບັນດາຜູ້ປະດິດແຕ່ງກຳກັບການຟ້ອນ, ນັກສະແດງຂອງລາວ ໄດ້ສຳຜັດກັບບັນດາເຕັກນິກໃໝ່, ຍົກສູງການປະດິດຄິດສ້າງ, ພັດທະນາການຟ້ອນ, ຮັບປະກັນຄວາມປະສົມກົມກຽວລະຫວ່າງການອະນຸລັກຮັກສາບັນດາຄຸນຄ່າສິລະປະຟ້ອນພື້ນເມືອງ, ທັງສຳຜັດກັບສິລະປະຟ້ອນທັນສະໄໝ. ຊຸດຝຶກອົບຮົມແມ່ນການເຄື່ອນໄຫວນອນໃນຂອບເຂດການຮ່ວມມືລະຫວ່າງຂະແໜງວັດທະນະທຳຂອງ 2 ປະເທດ, ແນໃສ່ອະນຸລັກຮັກສາ ແລະ ພັດທະນາຂະແໜງສິລະປະການສະແດງຂອງລາວກວ່າອີກ. ທີ່ພິທີປິດ, ບັນດານັກສຳມະນາກອນໄດ້ສະແດງບາງລາຍການຟ້ອນທີ່ດີເດັ່ນເຊິ່ງຫາກໍ່ປະດິດແຕ່ງໃນຊຸດຝຶກອົບຮົມ.

(ການພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງ
ກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ)
      ເພື່ອນ ເພັດສະໝອນ ແກ້ວດວງດີ, ຢູ່ແຂວງວຽງຈັນ ໄດ້ສົ່ງອີແມວມາຍັງລາຍການໂດຍແບ່ງປັນວ່າ, ເພື່ອນໄດ້ຕິດຕາມກ່ຽວກັບການເຄື່ອນໄຫວທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ເຂດພາກເໜືອຂອງລາວ. ໃນນັ້ນ, ໃນອາທິດຜ່ານມາ ຢູ່ແຂວງ ອຸດົມໄຊ ໄດ້ຈັດການພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ 6 ແຂວງທາງພາກເໜືອຂອງລາວ. ແລະ ເພື່ອນ ເພັດສະໝອນ ຢາກຊອກຮູ້ຂໍ້ມູນກ່ຽວກັບການເຄື່ອນໄຫວນີ້.
ເພື່ອນ ເພັດສະໝອນ ແກ້ວດວງດີ ທີ່ຮັກແພງ. ວັນທີ 17 ມິຖຸນາ ຜ່ານມາ, ຢູ່ແຂວງ ອຸດົມໄຊ, ປະເທດລາວ ໄດ້ຈັດພິທີພົບປະສັງສັນສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ການເຄື່ອນໄຫວຂອງກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດທີ່ຂຶ້ນກັບກົມການເມືອງທະຫານເຂດ 2 ທີ່ມີເຄື່ອນໄຫວຢູ່ບໍລິເວນ 6 ແຂວທາງພາກເໜືອຂອງລາວ. ເຂົ້າຮ່ວມພິທີ, ມີຜູ້ຕາງໜ້າກອງບັນຊາການທະຫານເຂດ 2, ພ້ອມກັບພະນັກງານ, ນັກຮົບ, ບັນດາຜູ້ເຄີຍເຮັດວຽກງານທ້ອນໂຮມ, ສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງ ອຸດົມໄຊ. ໃນໄລຍະ 25 ປີຜ່ານມາ, ກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ໄດ້ກວດກາຂໍ້ມູນກີນສີລາທີ່ປັກຢູ່ເທິງຂຸມຝັງສົບໄດ້ 568 ບ້ານ, 63 ເມືອງຂອງ 6 ແຂວງທາງພາກເໜືອຂອງລາວ ໄດ້ທຳການຂຸດຄົ້ນ 3.890 ສະຖານທີ່ ທີ່ມີຂໍ້ມູນກ່ຽວກັບຂຸມຝັງສົບນັກຮົບທີ່ເສຍສະຫຼະຊີວິດ. ຜົນຈາກການຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດແມ່ນສາມາດຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໄດ້ 1.743 ຊຸດ ແລະ ໄດ້ຈັດຕັ້ງພິທີໄວ້ອາໄລ, ສົ່ງອັດຖິກັບເມືອປະເທດ. ໃນນັ້ນມີ 123 ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດແມ່ນຢັ້ງຢືນໄດ້ຊື່ ແລະ ນາມສະກຸນ ແລະ ໄດ້ມອບໃຫ້ 24 ແຂວງ, ນະຄອນຂອງຫວຽດນາມ. ທີ່ພິທີສະເຫຼີມສະຫຼອງ, ພັນເອກ ຮ໊ານວັນຮຸ່ງ, ຫົວໜ້າກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດປະຈຳ 6 ແຂວງທາງພາກເໜືອຂອງລາວ, ໃຫ້ຮູ້ວ່າ.
“ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ກໍ່ຍ້ອນບັນດາຄອບຄົວ, ຍາດຕິພີ່ນ້ອງ, ຜູ້ເປັນແມ່, ຜູ້ເປັນເມຍຂອງບັນດານັກຮົບສະຫຼະຊີວິດເພື່ອຊາດທີ່ພວມດຳລົງຊີວິດຢູ່ຫວຽດນາມ ນັ້ນ, ໄດ້ກະຕຸກຊຸກຍູ້ພວກອ້າຍນ້ອງໃນກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຕັດສິນໃຈຊອກຫານັກຮົບທີ່ເສຍສະຫຼະຊີວິດ ທີ່ພວມນອນຢູ່ກະແຈກກະຈາຍກ່ອນນີ້ 40 ປີກ່ອນ ຢູ່ບັນດາເຂດປ່າດົງທາງພາກເໜືອຂອງລາວ ເພື່ອນຳບັນດາ ນັກຮົບທີ່ເສຍສະຫຼະຊີວິດເຫຼົ່ານັ້ນກັບເມືອຫາຄອບຄົວ, ບ້ານເກີດເມືອງນອນ, ປະເທດຫວຽດນາມ”.
ກໍ່ທີພິທີສະເຫຼີມສະຫຼອງ, ການນຳທະຫານເຂດ 2 ແລະ ຜູ້ຕາງໜ້າ 6 ແຂວງທາງພາກເໜືອຂອງລາວ ໄດ້ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງກອງທ້ອນໂຮມ, ພ້ອມທັງສະແດງໃຫ້ເຫັນຄວາມຕັດສິນໃຈສົມທົບກັນຢ່າງແໜ້ນແຟ້ນກວ່າ, ສ້າງເງື່ອນໄຂຊ່ວຍເຫຼືອກອງທ້ອນໂຮມປະຕິບັດສຳເລັດໜ້າທີ່ທ້ອນໂຮມອັດຖິນັກຮົບ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໃນປາງສົງຄາມຢູ່ບັນດາແຂວງທາງພາກເໜືອຂອງລາວ ກັບເມືອປະເທດ, ປະຕິບັດນະໂຍບາຍຕອບບຸນແທນຄຸນໃຫ້ເປັນຢ່າງດີ, ປະກອບສ່ວນຮັດແໜ້ນຄວາມສາມັກຄີແບບພິເສດລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດຫວຽດນາມ - ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
 (ແຫຼ່ງຄັດຈາກ VOV)
 


ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top