ໃນບັນຍາກາດເບີກບ່ານມ່ວນຊື່ນຂອງບຸນປີໃໝ່, ໂດຍຕາງໜ້າໃຫ້ການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ສົ່ງຄຳອວຍພອນປີໃໝ່ມີສຸຂະພາບເຂັ້ມແຂງ, ສົມບູນພູນສຸກ ແລະ ບັນລຸຜົນສຳເລັດເຖິງພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງ. ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ເນັ້ນໜັກວ່າ:
“ພັກ ແລະ ລັດ ຫວຽດນາມ ເປັນຈິດໜຶ່ງໃຈດຽວຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍແມ່ນ ຍາມໃດກໍ່ສະຫງວນບຸລິມະສິດສູງສຸດ, ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ, ເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ. ຍ້ອນສາຍພົວພັນອັນດີງາມທີ່ສຸດນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເລືອກເອົາປະເທດ ລາວ ເປັນປະເທດທຳອິດເພື່ອໄປຢ້ຽມຢາມ ໃນຖານະຕຳແໜ່ງໃໝ່ແຕ່ວັນທີ 10-11 ເມສາ 2023 ເພື່ອສືບຕໍ່ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ”.
ທີພິທີ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ເນັ້ນໜັກວ່າ, ໃນບັນດາຜົນງານເຊິງປະຊາຊົນ 2 ປະເທດບັນລຸໄດ້ ບໍ່ສາມາດຂາດການຮ່ວມມື, ແບ່ງປັນບົດຮຽນ ແລະ ຄວາມເອົາໃຈໃສ່ສະໜັບສະໜູນຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ.
ທີພິທີຕ້ອນຮັບບຸນປີໃໝ່ ລາວ ພ.ສ 2566 ນີ້, ບັນດາແຂກຖືກເຊີນໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ, ພິທີຫົດນ້ຳຂໍໃຫ້ປີໃໝ່ມີຄວາມອົບອຸ່ນຜາສຸກ. ພ້ອມກັນເຂົ້າຮ່ວມການຟ້ອນລຳວົງທີ່ຟົດຟື້ນ ແລະ ຮັບປະທານບັນດາເຍື່ອງອາຫານຂອງປະຊາຊົນ ລາວ.