ຂ່າວສານ

ພິທີຕ້ອນຮັບບຸນປີໃໝ່ ລາວ ເຕັມໄປດ້ວຍນ້ຳໃຈໄມຕີຈິດມິດຕະພາບ

ຕອນຄ່ຳວັນທີ 11 ເມສາ, ຢູ່ ຮ່າໂນ້ຍ, ສະຖານທູດແຫ່ງ ສປປ. ລາວ ປະຈຳ ຫວຽດນາມ ໄດ້ຈັດພິທີຕ້ອນຮັບບຸນປີໃໝ່ປະເພນີ 2023 (ພ.ສ 2566) ຂອງປະຊາຊົນ ລາວ ບັນດາເຜົ່າ.
(ລາຍການສະແດງເປີດສາກພິທີຕ້ອນຮັບບຸນປີໃໝ່)
ເຂົ້າຮ່ວມພິທີມີຜູ້ຕາງໜ້າການນຳພັກ, ສະພາແຫ່ງຊາດ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ຄະນະ, ອົງການຈັດຕັ້ງ, ໝູ່ຄະນະ, ພະນັກງານ, ນັກຮົບອາສາສະໝັກ ແລະ ນັກຊ່ຽວຊາວ ຫວຽດນາມ ຊ່ວຍເຫຼືອລາວ, ພ້ອມກັບພະນັກງານ, ພາລະກອນສະຖານທູດ ລາວ ທັງໝົດ, ນັກສຶກສາ ລາວ ພວມຮ່ຳຮຽນຢູ່ ຫວຽດນາມ…
(ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ກ່າວຄຳອວຍພອນ)

ໃນບັນຍາກາດເບີກບ່ານມ່ວນຊື່ນຂອງບຸນປີໃໝ່, ໂດຍຕາງໜ້າໃຫ້ການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ສົ່ງຄຳອວຍພອນປີໃໝ່ມີສຸຂະພາບເຂັ້ມແຂງ, ສົມບູນພູນສຸກ ແລະ ບັນລຸຜົນສຳເລັດເຖິງພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງ. ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ເນັ້ນໜັກວ່າ:

“ພັກ ແລະ ລັດ ຫວຽດນາມ ເປັນຈິດໜຶ່ງໃຈດຽວຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍແມ່ນ ຍາມໃດກໍ່ສະຫງວນບຸລິມະສິດສູງສຸດ, ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ, ເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ. ຍ້ອນສາຍພົວພັນອັນດີງາມທີ່ສຸດນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເລືອກເອົາປະເທດ ລາວ ເປັນປະເທດທຳອິດເພື່ອໄປຢ້ຽມຢາມ ໃນຖານະຕຳແໜ່ງໃໝ່ແຕ່ວັນທີ 10-11 ເມສາ 2023 ເພື່ອສືບຕໍ່ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ”.

(ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກ່າວຄຳເຫັນທີ່ພິທີ)

ທີພິທີ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ເນັ້ນໜັກວ່າ, ໃນບັນດາຜົນງານເຊິງປະຊາຊົນ 2 ປະເທດບັນລຸໄດ້ ບໍ່ສາມາດຂາດການຮ່ວມມື, ແບ່ງປັນບົດຮຽນ ແລະ ຄວາມເອົາໃຈໃສ່ສະໜັບສະໜູນຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ.

(ບັນດາແຂກຖືກເຊີນໄດ້ເຂົ້າຮ່ວມພິທີ ບາສີສູ່ຂວັນ)

ທີພິທີຕ້ອນຮັບບຸນປີໃໝ່ ລາວ ພ.ສ 2566 ນີ້, ບັນດາແຂກຖືກເຊີນໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ, ພິທີຫົດນ້ຳຂໍໃຫ້ປີໃໝ່ມີຄວາມອົບອຸ່ນຜາສຸກ. ພ້ອມກັນເຂົ້າຮ່ວມການຟ້ອນລຳວົງທີ່ຟົດຟື້ນ ແລະ ຮັບປະທານບັນດາເຍື່ອງອາຫານຂອງປະຊາຊົນ ລາວ.


top