• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຊັກທຸງອາຊຽນຢູ່ ໂຮນລັງ

      ວັນທີ 8 ສິງຫາ, ສະຖານທູດຫວຽດນາມປະຈໍາໂຮນລັງ ໄດ້ຈັດຕັ້ງພິທີຊັກທຸງຂອງ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ເນື່ອງໃນໂອກາດ ສະເຫຼີມສະຫຼອງ  51 ປີ ແຫ່່ງວັນສ້າງຕັ້ງອາຊຽນ (8/8/1967 – 8/8/2018) ແລະ ຈັດຕັ້ງການພົບປະສັງສັນກັບສະຫະພັນແມ່ຍິງ ອາຊຽນ.
      ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ຟ້າມຕວານທັ໋ງ,ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາໂຮນລັງ ຢັ້ງຢືນວ່າ ນັບແຕ່ເມື່ອສ້າງຕັ້ງ ອາຊຽນ ມາຮອດປັດຈຸບັນ, ອາຊຽນ ແມ່ນອົງການຈັດຕັ້ງສວມບົດບາດສໍາຄັນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ກະຕຸກຊຸກຍູ້ການຮ່ວມມື, ພັດທະນາໃນພາກພື້ນ, ສ້າງສະພາບແວດລ້ອມມີສະຖຽນລະພາບ ແລະ ການເຕີບໂຕດ້ານເສດຖະກິດ - ສັງຄົມ ໃຫ້ບັນດາປະເທດສະມາຊິກອາຊຽນ. ດ້ວຍຖານະເປັນສະມາຊິກຕັ້ງໜ້າຂອງອາຊຽນ, ຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າ ຈະປະກອບສ່ວນເຂົ້າໃນການກໍ່ສ້າງປະຊາຄົມອາຊຽນທີ່ເປັນຈິດໜຶ່ງໃຈດຽວ, ເພີ່ມທະວີການຮ່ວມສໍາພັນ ແລະ ປັບປຸງນໍ້າໃຈສາມັກຄີ, ເພື່ອແນໃສ່ເສີມຂະຫຍາຍບົດບາດເປັນໃຈກາງຂອງ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້.
        ແລະກໍໃນວັນດຽວກັນ, ຢູ່ສໍານັກງານກະຊວງການຕ່າງປະເທດ ອາກຊັງຕີນ, ສະຖານທູດບັນດາປະເທດອາຊຽນ ປະຈໍາ ອາກຊັງຕີນ ກໍໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 51 ປີ ແຫ່ງວັນສ້າງຕັ້ງອາຊຽນ. ກ່າວຄໍາເຫັນທີ່ພິທີ, ທ່ານ Mohd Khalid Abbasi Abdul Razak ເອກອັກຄະລັດຖະທູດ ມາເລເຊຍ, ປະທານຄະນະກໍາມະການອາຊຽນ ປະຈໍາ Buenos Aires ຢັ້ງຢືນວ່າ ບັນດາປະເທດສະມາຊິກອາຊຽນ ເຫັນດີເປັນເອກະພາບຕໍ່ການເປີດກວ້າງການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືຕົ້ນຕໍໃນໂລກ, ເພີ່ມທະວີຄວາມມານະພະຍາຍາມໃນການເຊື່ອມໂຍງ, ສາມັກຄີ ເພື່ອເປົ້າໝາຍພັດທະນາ, ສັນຕິພາບແລະສະຖຽນລະພາບໃນພາກພື້ນ.  ທ່ານ Abdul Razak ຢັ້ງຢືນວ່າ ອາຊຽນ ຈະກາຍເປັນຕົວແບບທີ່ປະສົບຜົນສໍາເລັດຂອງລັດທິເຊື່ອມໂຍງເຂົ້າກັບພາກພື້ນ  ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top