• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີການສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ

ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຫໍປະຊຸມແຫ່ງຊາດ ມີ໋ດີ່ງ, ທີ່ ໂຮ່ໂນ້ຍ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນຫຼວງ ຮ່າໂນ້ຍ ໄດ້ຈັດຕັ້ັ້ງພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຢ່າງສົມກຽດ (19/5/1890 - 19/5/2020).

 ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟຸຈ້ອງກ່າວຄໍາເຫັນທີ່ພິທີ 

ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟຸຈ້ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານ ເຈີນກວກເວຶ້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ເຈີ່ນແທັງເມິ໋ນ, ອະດີດການນຳ ພັກ, ລັດຖະບານ, ສະພາແຫ່ງຊາດ…ບັນດາກະຊວງ, ຂະແໜງການຂັ້ນສູນກາງ, ອົງການຈັດຕັ້ງມະຫາຊົນ, ບັນດານັກປະຕິວັດຜູ້ອາວຸໂສ,ບັນດາແມ່ ຫວຽດນາມ ວິລະຊົນ, ວິລະຊົນກຳລັງປະກອບອາວຸດປະຊາຊົນ…ພ້ອມກັບປະຊາຊົນຢູ່ນະຄອນຫຼວງທຸກຊັ້ນວັນນະເປັນຈຳນວນຫຼວງຫຼາຍ.

ໂດຍຕາງໜ້າການນຳພັກ, ລັດຖະບານຂຶ້ນກ່າວສູນກອນພົດຢູ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟຸຈ້ອງ ມີຄວາມຕຶ້ນຕັນໃຈຫວນຄືນຊີວິດ ແລະ ພາລະກິດຂອງ ປະທານ ໂຮ່ຈີມິນ. ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟຸຈ້ອງ ຢືນຢັນວ່າ ແນວຄິດ ໂຮ່ຈີມິນ ແລະ ພາລະກິດການປະຕິວັດອັນອຸດົມສົມບຸນ ແລະ, ຍິ່ງໃຫຍ່ທີ່ສຸດຂອງປະທານ ໂຮ່ຈີມິນ ແມ່ນຊັບສົມບັດອັນລ້ຳຄ່າຂອງ ປະຊາຊົນ ຫວຽດນາມ

ໂດຍຊາບຊືມບັນດາຄຳໂອວາດສຸດທ້າຍຂອງປະທານ ໂຮ່ຈີມິນ ຢ່າງເລິກເຊິ່ງນັັ້ນ, ພວກເຮົາຕ້ອງສືບຕໍ່ເພີ່ມທະວີກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງຢ່າງແທ້ຈິງທັງກ່ຽວກັບດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ຄຸນສົມບັດ. ຍົກສູງກຳລັງຄວາມສາມາດໃນການນຳພາ, ກຳລັງຄວາມສາມາດຂອງການກຳອຳນາດ ແລະ ກຳລັງຕໍ່ສູ້ຂອງພັກ. ກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ “ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ” ຢ່າງແທ້ຈິງ. ຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອການພົວພັນສະໜິດຕິດພັນລະຫວ່າງ ພັກ ແລະ ປະຊາຊົນ; ອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ; ອອກແຮງເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າຂອງ ປະຊາຊົນ, ຮັກສາຄວາມສາມັກຄີເປັນຈິດໜຶ່ງໃຈດຽວພາຍໃນພັກ, ສົມກັບບົດບາດ, ພາລະກຳນຳພາການປະຕິວັດ ແລະ ຄວາມໄວ້ເນື້ອເຊື່ອໃຈ, ຄວາມຫວັງຂອງປະຊາຊົນ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top