• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາ​ລະ​ກິດ​ຕໍ່​ສູ້​ຂອງ ຫວຽດ​ນາມ ໄດ້​ສ້າງ​ແຫຼ່ງ​ບັນ​ດານ​ໃຈ​ໃຫ້​ແກ່​ຊາວ ອາ​ເມ​ລິ​ກາ ຫຼາຍ​ຄົນ

ພາລະກິດປະຕິວັດຂອງ ຫວຽດນາມ ໃນຕະຫຼອດໄລຍະ 80 ປີຜ່ານມາ ຍາມໃດກໍໄດ້ຮັບການສະໜັບສະໜູນຢ່າງແຮງຈາກເພື່ອນມິດສາກົນ ແລະ ປະຊາຊົນທີ່ກ້າວໜ້າໃນໂລກ. ຈາກແຫຼ່ງບັນດານໃຈ ຫວຽດນາມ, ພວກຂ້າພະເຈົ້າໄດ້ປຸກລະດົມບັນດາຂະບວນການປົດປ່ອຍຂອງຕົນ - ຂະບວນການປົດປ່ອຍຊາວຜິວດຳ ແລະ ປົດປ່ອຍແມ່ຍິງ.
ທ່ານນາງ Juliet Ucelli ນັກເຄື່ອນໄຫວສັງຄົມຊາວ ອາເມລິກາ ໃຫ້ການສຳພາດ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ, ເພືື່ອນມິດສາກົນຢູ່ ອາເມລິກາ ໄດ້ສົ່ງຄຳອວຍພອນຢ່າງສຸດໃຈເຖິງພັກຄອມມູນິດ ຫວຽດນາມ, ລັດ ແລະ ປະຊາຊົນ ຫວຽດນາມ, ພ້ອມທັງແບ່ງປັນບັນດາຄວາມນຶກຄິດກ່ຽວກັບເສັ້ນທາງຕໍ່ສູ້, ປົດປ່ອຍຊາດ ແລະ ຜົນງານໃນການສ້າງສາ, ພັດທະນາປະເທດຊາດຂອງ ຫວຽດນາມ.

ທ່ານນາງ Juliet Ucelli ນັກເຄື່ອນໄຫວສັງຄົມຊາວ ອາເມລິກາ ຖືວ່າ ໄຊຊະນະປະຫວັດສາດນີ້ຂອງ ຫວຽດນາມ ໄດ້ສ້າງກະແສຟອງປົດປ່ອຍຊາດໃນທົ່ວໂລກ. ຫຼາຍຊົນຊາດຖືກກົດຂີ່ຂູດຮີດເຂົ້າໃຈວ່າ ທັດສະນະຂອງປະທານ ໂຮ່ຈີມິນ “ບໍ່ມີຫຍັງປະເສີດເລີດລ້ຳກວ່າເອກະລາດ - ເສລີພາບ” ແມ່ນສັດຈະທຳ ແລະ ບັນດາຊົນຊາດສາມາດຍາດໄດ້ເອກະລາດ ແລະ ເສລີພາບ.

ຕາມທ່ານນາງແລ້ວ, ພາລະກິດປະຕິວັດຂອງ ຫວຽດນາມ ໃນຕະຫຼອດໄລຍະ 80 ປີຜ່ານມາ ຍາມໃດກໍໄດ້ຮັບການສະໜັບສະໜູນຢ່າງແຮງຈາກເພື່ອນມິດສາກົນ ແລະ ປະຊາຊົນທີ່ກ້າວໜ້າໃນໂລກ. ຈາກແຫຼ່ງບັນດານໃຈ ຫວຽດນາມ, ພວກຂ້າພະເຈົ້າໄດ້ປຸກລະດົມບັນດາຂະບວນການປົດປ່ອຍຂອງຕົນ - ຂະບວນການປົດປ່ອຍຊາວຜິວດຳ ແລະ ປົດປ່ອຍແມ່ຍິງ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ໄທ ຄົ​ນ​ໃໝ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ໄທ ຄົ​ນ​ໃໝ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ

ລັດຖະບານໃໝ່ຈະເຄືື່ອນໄຫວຢ່າງຖືກຕ້ອງ ແລະ ຈະສະເໜີຕົວລັດຖະບານໃຫ່ມໂດຍໄວ.

Top