• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາຍຸ Molave ກໍ່ຜົນເສຍຫາຍທາງດ້ານຊີວິດອິນຊີ ແລະ ຊັບສິນ, ບັນດາທ້ອງຖິ່ນສືບຕໍ່ປະຕິບັດວຽກງານ ປ້ອງກັນ, ຕ້ານຝົນຕົກ, ນ້ຳຖ້ວມ

      ໄລ່ຮອດເວລາ 20 ໂມງຂອງວັນທີ 28 ຕຸລາ, ພາຍຸ Molave ໄດ້ກໍ່ຜົນເສຍຫາຍ ຢ່າງໃຫຍ່ຫຼວງຕໍ່ຊັບສິນ ແລະ ຊີວິດອິນຊີ ຢູ່ບັນດາແຂວງເຂດພາກກາງ ຫວຽດນາມ. 

ພາບປະກອບ: TTXVN 
      ບັນດາທ້ອງຖິ່ນໄດ້ເພີ່ມທະວີກຳລັງປະຈຳການ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບວຽກງານຊີ້ນຳບໍລິຫານການຮັບມື ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຢ່າງທັນການ; ຊີ້ນຳການຮັບມືກັບຝົກຕົກ, ນ້ຳຖ້ວມຢູ່ເຂດຕ່ຳ ແລະ ເຂດໄຕງວຽນ.
        ຕອນຄ່ຳວັນທີ 28 ຕຸລາ, ຢູ່ແຂວງກ໋ວາງນາມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຈິ້ງດິ່ງຢຸງ, ທ່ານ ຫງວຽນຊວັນເກືອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ພ້ອມກັບການນຳແຂວງໄດ້ຈັດຕັ້ງກອງປະຊຸມດ່ວນກ່ຽວກັບເຫດດິນເຊາະເຈື່ອນຢ່າງຮ້າຍແຮງຢູ່ແຂວງກ໋ວາງນາມ ເຊິ່ງເຮັດໃຫ້ມີ 55 ຄົນຫາຍສາບສູນ.ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໃຫ້ຮູ້ວ່າ:
ກ່ອນອື່ນໝົດແມ່ນຕ້ອງຢັ້ງຢືນບ່ອນປະຊາຊົນຖືກເຄາະຮ້າຍໂດຍໄວ, ຊອກຫາທາງສາດວກເພື່ອສຸມກຳລັງໃຫ້ແກ່ການກູ້ໄພກູ້ຊີບ. ໃນການຊອກຫາ, ກູ້ໄພກູ້ຊີບນັ້ນ ຕ້ອງເອົາໃຈໃສ່ຮັບປະກັນຄວາມປອດໄພໃຫ້ແກ່ກຳລັງຊອກຫາ.
ທ່ານນາຍົກລັດຖະມົນຕີກໍ່ໄດ້ສົ່ງໂທລະເລກທາງການໄປຍັງຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພທຳມະຊາດ ແລະ ຄົ້ນຫາ,ກູ້ໄພກູ້ຊີບ, ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານເຂດ 5, ຄະນະກຳມະການປະຊາຊົນແຂວງ ກ໋ວາງນາມ ກ່ຽວກັບການກູ້ໄພກູ້ຊີບ ຜູ້ປະສົບເຄາະຮ້າຍທີ່ຖືກດິນຕົມທັບຖົມຢູ່ຕາແສງ ຈ່າແລງ, ເມືອງ ນາມຈ່າມີ, ແຂວງກ໋ວາງນາມ. ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາກົມກອງສົມທົບກັບບັນດາກຳລັງທີ່ກ່ຽວຂ້ອງ ດ້ວຍທຸກມາດຕະການທີ່ຈຳເປັນເພື່ອຮີບດ່ວນຄົ້ນຫາຜູ້ທີ່ຖືກດິນຕົມທັບຖົມ.
 (ແຫຼ່ງຄັດຈາກ VOV)

ພິທີເປີດສະໜອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ

ພິທີເປີດສະໜອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ

ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ສິງຫາ ປີ 2022, ມີເນື້ອທີ່ 6,5 ເຮັກຕາ, ດ້ວຍຈຳນວນເງິນລົງທຶນກວ່າ 10 ລ້ານ USD.

Top