• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັນ​ລະ​ຍາ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ ຫວຽດ​ນາມ ມີ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ລາວ

ການຈັດຕັ້ງສຳເລັດກອງປະຊຸມສຳມະນາແຜ່ນແພພື້ນເມືອງຈະປະກອບສ່ວນເຂົ້າໃນຜົນສຳເລັດຂອງປີປະທານ ອາຊຽນ, ສ້າງເງື່ອນໄຂເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືລະຫວ່າງປະຊາຊົນບັນດາປະເທດ ອາຊຽນ.
ທ່ານນາງ ນາລີ ສີສຸລິດ, ພັນລະຍາ ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ທ່ານນາງ ໂງເຟືອງລີ, ພັນລະຍາສະຫາຍເລຂາທິການໃຫຍ່ໂຕເລິມ (ພາບ: VOV)
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາງ ນາລີ ສີສຸລິດ, ພັນລະຍາ ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ທ່ານນາງ ໂງເຟືອງລີ, ພັນລະຍາສະຫາຍເລຂາທິການໃຫຍ່ໂຕເລິມ ໄດ້ໄປຢ້ຽມຢາມລາວ ແລະ ເຂົ້າຮ່ວມກອງປະຊຸມແຜ່ນແພພື້ນເມືອງ ອາຊຽນຄັ້ງທີ 9 ດ້ວຍຫົວຂໍ້ “ຮັດແໜ້ນສາຍພົວພັນປະຊາຄົມ ອາຊຽນ ຜ່ານມໍລະດົກ ວັດທະນະທຳ ແລະ ແຜ່ນແພ” ໃນລະຫວ່າງວັນທີ 3 – 6 ພະຈິກ ຢູ່ນະຄອນຫຼວງ ວຽງຈັນ, ລາວ. ກອງປະຊຸມສຳມະນາແຜ່ນແພທີ່ເປັນມູນເຊື້ອ ອາຊຽນ ແມ່ນການເຄື່ອນໄຫວໄດ້ຈັດຂຶ້ນສອງປີເທື່ອໜຶ່ງ. ນີ້ແມ່ນປີທຳອິດທີ່ ລາວເປັນເຈົ້າພາບຈັດເຫດການນີ້. ເມື່ອແລກປ່ຽນກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ, ທ່ານນາງ ໂງເຟືອງລີ ຕີລາຄາສູງລັກສະນະ, ຄວາມໝາຍຂອງກອງປະຊຸມສຳມະນາແຜ່ນແພພື້ນເມືອງ ອາຊຽນ ຄັ້ງທີ 9 ກໍ່ຄືຄວາມງາມ, ຈຸດທີ່ເປັນເອກະລັກສະເພາະຂອງບັນດາຜະລິດຕະພັນທີ່ໄດ້ວາງສະແດງຢູ່ກອງປະຊຸມສຳມະນາຄັ້ງນີ້. ທ່ານນາງ ຢັ້ງຢືນວ່າການຈັດຕັ້ງສຳເລັດກອງປະຊຸມສຳມະນາແຜ່ນແພພື້ນເມືອງຈະປະກອບສ່ວນເຂົ້າໃນຜົນສຳເລັດຂອງປີປະທານ ອາຊຽນ, ສ້າງເງື່ອນໄຂເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືລະຫວ່າງປະຊາຊົນບັນດາປະເທດ ອາຊຽນ, ພ້ອມທັງເສີມຂະຫຍາຍ ແລະ ອະນຸລັກຮັກສາຂົງເຂດແຜ່ນແພພື້ນເມືອງຂອງບັນດາປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ ຝ​ລັ່ງ​ໂກ​ໂຟ​ນີ

ຫວຽດ​ນາມ ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ ຝ​ລັ່ງ​ໂກ​ໂຟ​ນີ

ຫວຽດ​ນາມ ຍາມ​ໃດ​ກໍ່​ແມ່ນ​ສະ​ມາ​ຊິກທີ່​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ ຝ​ລັ່ງ​ໂກ​ໂຟ​ນີ, ທ່ານ​ປາດ​ຖະ​ໜາ​ຢາກ​ໃຫ້ສອງ​ຝ່າຍ​ຊຸກ​ຍູ້​ການ​ຂຸດ​ຄົ້ນ​ທ່າ​ແຮງ​ບົ່ມ​ຊ້ອນ ແລະ ທ່າ​ແຮງ​ຂອງ​ແຕ່​ລະ​ຝ່າຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ.

Top