ຂ່າວສານ
ພັນລະຍາຂອງທ່ານເລຂາທິການໃຫຍ່ ໂຕເລີມແລະ ຜູ້ອຳນວຍການໃຫຍ່ UNESCO Audrey Azoulay ເຂົ້າຮ່ວມງານວາງສະແດງ “ພວກເຮົາສາມາດ”
ງານວາງສະແດງໂດຍຫ້ອງການ UNESCO ຢູ່ຮ່າໂນ້ຍ ຈັດຕັ້ງ, ໄດ້ວາງສະແດງບັນດາຜົນງານເກືອບ 30 ແຜ່ນຂອງນັກສຶກສາ ແຂວງກາວບັງ, ນິງທ້ວນ ແລະ ວິງລອງ. ບັນດາຜົນງານແມ່ນບັນດາຜະລິດຕະພັນປົກກະຕິຂອງໂຄງການ “ພວກເຮົາສາມາດ” - ຂໍ້ລິເລີ່ມຮ່ວມລະຫວ່າງອົງການ UNESCO ແລະ ກະຊວງສຶກສາ ແລະ ບຳລຸງສ້າງ, ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງບັນດາເຜົ່າຢູ່ເຂດດ້ອຍໂອກາດໄດ້ຮຽນຮູ້ ແລະ ພັດທະນາຮອບດ້ານ.
ກ່າວຄຳເຫັນທີ່ງານວາງສະແດງ, ທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ UNESCO ໄດ້ຮັບຮູ້ຄຳໝັ້ນສັນຍາອັນໃຫຍ່ຫຼວງຂອງຫວຽດນາມ ໃນບັນດາຈຸດໝາຍຂອງ UNESCO, ພິເສດແມ່ນໃນບັນດາຂົງເຂດສຶກສາກວມລວມ ແລະ ພັດທະນາແບບຍືນຍົງ. ທ່ານນາງ ໂງເຟືອງລີ ແລະ ທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ UNESCO ໄດ້ເປັນເອກະພາບວ່າ ການສຶກສາແມ່ນເຄື່ອງມືສຳຄັນເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຊີ້ນຳການຮ່ວມມືໄລຍະຍາວລະຫວ່າງ ຫວຽດນາມ ແລະ UNESCO.