• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດ​ທະ​ນາ​ເສດ​ຖະ​ກິດ​ມໍ​ລະ​ດົກ - ບົດ​ຮຽນ​ປະ​ສົບ​ການ​ຂອງ ຫວຽດ​ນາມ ແລະ ລາວ

ເລື່ອງສ້າງບັນດາກຳນົດທິດນະໂຍບາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດມໍລະດົກ, ຊຸກຍູ້ການຮ່ວມມືລະຫວ່າງເຂດ, ລະຫວ່າງຊາດ, ພິເສດລະຫວ່າງ ຫວຽດນາມ ແລະ ລາວ, ພ້ອມກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສ້າງລະບົບນິເວດໜູນຊ່ວຍນັ້ນ ຈະແມ່ນບັນດາເສົາຄ້ຳທີ່ສຳຄັນເພື່ອໃຫ້ເສດຖະກິດມໍລະດົກກາຍເປັນກຳລັງໜູນພັດທະນາແບບຍືນຍົງຢ່າງແທ້ຈິງ, ທັງອະນຸລັກຮັກສາໄດ້ສີສັນວັດທະນະທຳ, ທັງສ້າງມູນຄ່າເພີ່ມໃຫ້ແກ່ວົງຄະນະຍາດ ແລະ ປະເທດຊາດ.
ທ່ານ ຫງວຽນຊວັນທັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກຄອມມູນິດ ຫວຽດນາມ (ພາບ: TTXVN)

“ພັດທະນາເສດຖະກິດມໍລະດົກ - ບົດຮຽນປະສົບການຂອງ ຫວຽດນາມ ແລະ ລາວ”. ນີ້ແມ່ນຫົວຂໍ້ກອງປະຊຸມສຳມະນາໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ, ສະຖາບັນການເມືອງການປົກຄອງແຫ່ງຊາດ ລາວ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ລາວ ສົມທົບກັນຈັດຂຶ້ນໃນຕອນເຊົ້າວັນທີ 29 ກໍລະກົດ ຢູ່ແຂວງ ນິງບິ່ງ.

ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຊວັນທັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກຄອມມູນິດ ຫວຽດນາມ ໄດ້ເນັ້ນໜັກວ່າ ເລື່ອງສ້າງບັນດາກຳນົດທິດນະໂຍບາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດມໍລະດົກ, ຊຸກຍູ້ການຮ່ວມມືລະຫວ່າງເຂດ, ລະຫວ່າງຊາດ, ພິເສດລະຫວ່າງ ຫວຽດນາມ ແລະ ລາວ, ພ້ອມກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສ້າງລະບົບນິເວດໜູນຊ່ວຍນັ້ນ ຈະແມ່ນບັນດາເສົາຄ້ຳທີ່ສຳຄັນເພື່ອໃຫ້ເສດຖະກິດມໍລະດົກກາຍເປັນກຳລັງໜູນພັດທະນາແບບຍືນຍົງຢ່າງແທ້ຈິງ, ທັງອະນຸລັກຮັກສາໄດ້ສີສັນວັດທະນະທຳ, ທັງສ້າງມູນຄ່າເພີ່ມໃຫ້ແກ່ວົງຄະນະຍາດ ແລະ ປະເທດຊາດ.

ກອງປະຊຸມສຳມະນາໄດ້ຮັບບົດປະກອບຄຳເຫັນເກືອບ 40 ບົດກ່ຽວກັບການພັດທະນາເສດຖະກິດມໍລະດົກແບບຍືນຍົງ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຈາກບັນດາຄຸນຄ່າທີ່ເປັນມູນເຊື້ອ, ຮັບໃຊ້ໃຫ້ແກ່ບັນດາເປົ້າໝາຍພັດທະນາລວມຂອງສອງຊາດ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ ສ.ເກົາຫຼີ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ ສ.ເກົາຫຼີ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການພົວພັນດ້ານເສດຖະກິດ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ຮ່ວມມືດ້ານການທ່ອງທ່ຽວ.

Top