• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດ​ທະ​ນາ​ກະ​ສິ​ກຳ, ຊົນ​ນະ​ບົດ​ເພື່ອ​ຮັດ​ແຄບຊ່ອງ​ຫວ່າງ ກັບ ຕົວ​ເມືອງ

ພາຍຫຼັງ 15 ປີ ແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ ໄດ້ສະແດງໃຫ້ເຫັນວ່າ ຢູ່ຂົງເຂດກະສິກຳ, ທົ່ວປະເທດຍັງຮັກສາການເຕີບໂຕໄດ້ດີ ແລະ ມີການພັດທະນາຢ່າງຮອບດ້ານພໍສົມຄວນ, ຄຸນນະພາບການເຕີບໂຕນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ.
ທ່ານ ເຈິ່ນຕວັນແອັງ ຫົວໜ້າຄະນະເສດຖະກິດສູນກາງ ກ່າວຄຳເຫັນທີ່ການເຮັດວຽກ. (ພາບ: baotintuc.vn)

ກ່າວຄຳເຫັນທີ່ການເຮັດວຽກກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກ່ຽວກັບສະພາບການປະຕິບັດ ແລະ ວຽກງານສະຫຼຸບ 15 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 7 ຄະນະບໍລິຫານງານສູນກາງພັກ ຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ, ໃນວັນທີ 1 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນຕວັນແອັງ ຫົວໜ້າຄະນະເສດຖະກິດສູນກາງ ໄດ້ເນັ້ນໜັກວ່າ ການກຳນົດຈະແຈ້ງທີ່ຕັ້ງ, ບົດບາດຂອງກະສິກຳ, ຊາວກະສິກອນ, ຊົນນະບົດ ຫວຽດນາມ ໃນໄລຍະ 2021 – 2030 ແລະ ວິໄສທັດຮອດປີ 2045 ແມ່ນມີຄວາມຈຳເປັນທີ່ສຸດ. ທ່ານກ່າວວ່າ:

ບັນດາທັດສະນະ, ເປົ້າໝາຍມາດຕະການຕ້ອງຄິດໄລ່ໃຫ້ເໝາະສົມກັບສະພາບການໃໝ່, ຂອງແຕ່ລະໄລຍະພັດທະນາໃນຕະຫຼອດໄລຍະທາງນັບແຕ່ປີ 2021 – 2030 ກໍ່ຄືວິໄສທັດຮອດປີ 2045. ບັນດາໜ້າທີ່ ແລະ ມາດຕະການຈຸດສຸມບຸກທະລຸໃໝ່, ຕ້ອງປ່ຽນແປງກ່ຽວກັບຄຸນນະພາບ ເນື້ອໃນກົນໄກ, ນະໂຍບາຍໃໝ່ ຕ້ອງມີລັກສະນະລຸລ່ວງ ແລະ ເສີມຂະຫຍາຍໄດ້ບັນດາແຫຼ່ງກຳລັງຂອງມະນຸດ, ບັນດາເງື່ອນໄຂທຳມະຊາດ ແລະ ສັງຄົມ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາກະສິກຳ, ຊົນນະບົດ, ຮັດແຄບຊ່ອງຫວ່າງໃນການພັດທະນາລະຫວ່າງ ຕົວເມືອງ ແລະ ຊົນນະບົດ. ຈາກນັ້ນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງ ປະເທດ, ການກຳນົດທິດແບບຍືນຍົງ.

ພາຍຫຼັງ 15 ປີ ແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ ໄດ້ສະແດງໃຫ້ເຫັນວ່າ ຢູ່ຂົງເຂດກະສິກຳ, ທົ່ວປະເທດຍັງຮັກສາການເຕີບໂຕໄດ້ດີ ແລະ ມີການພັດທະນາຢ່າງຮອບດ້ານພໍສົມຄວນ, ຄຸນນະພາບການເຕີບໂຕນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ. ຈາກນັ້ນສືບຕໍ່ຢັ້ງຢືນວ່າ ຂົງເຂດກະສິກຳ ຍັງສວມບົດບາດແມ່ນທີ່ຕັ້ງສຳຄັນຂອງພື້ນຖານເສດຖະກິດ.

(ແຫຼ່ງຄັດຈາກ VOV)

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່າງ​ກົດ​ໝາຍ​ໄດ້​ອອກ​ແບບ​ສຸມ​ໃສ່​ 7 ກຸ່ມເນື້ອ​ໃນ​ໃຫຍ່, ໃນ​ນັ້ນ​ມີ​ການ​ພັດ​ທະ​ນາ ສະ​ພາບ​ນິ​ເວດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ຊັບ​ສິນ​ທາງ​ປັນ​ຍາ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ພື້ນ​ຖານ​ໂຄງ​ລ່າງ, ຕະຫຼາດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ພ້ອມ​ກັບ​ນະ​ໂຍ​ບາຍ​ການ​ເງິນ ແລະ ການ​ໜູນ​ຊ່ວຍ, ບຸ​ລິ​ມະ​ສິດ​ການ​ລົງ​ທຶນ.

Top