ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ທ່ານ ເຈິ່ນແທງເໝີນ ປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ມອບໃບຢັ້ງຢືນແລະປື້ມ ໃຫ້ຕາງໜ້າຜູ້ຂຽນປື້ມປົກຄໍາ ປີ 2018
(ພາບ: Nhan Sang/TTXVN)
ປື້ມປົກຄໍາຫົວຄິດປະດິດສ້າງ ຫວຽດນາມ 2018 ລວມມີ 73 ກິດຈະກໍາ, ມາດຕະການປະດິດຄິດສ້າງດີເດ່ັ່ນໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີ. ການກໍາເນີດຂອງປື້ມປົກຄໍາປະດິດຄິດສ້າງຫວຽດນາມ ເພື່ອແນໃສ່ຍ້ອງຍໍບັນດາຫົວຄິດປະດິດສ້າງໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີ; ເປັນການຢັ້ງຢືນເຖິງກໍາລັງຄວາມສາມາດຢ່າງມີຫົວຄິດປະດິດສ້າງຂອງຊາວຫວຽດນາມ ຢູ່ພາຍໃນ ແລະຕ່າງປະເທດໃນການພັດທະນາເສດຖະກິດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ; ແນະນໍາບັນດານະໂຍບາຍ ແລະ ສົ່ງເສີມການເຄື່ອນໄຫວ ຢ່າງມີຫົວຄິດປະດິດສ້າງຂອງປະເທດຊາດ.
ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ພິທີ ທ່ານປະທານປະເທດຫວຽດນາມເຈິ່ນດ້າຍກວາງ ຊີ້ແຈ້ງວ່າ:
“ຂ້າພະເຈົ້າສະເໜີບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການຈັດຕັ້ງ, ວິສາຫະກິດ ສືບຕໍ່ເອົາໃຈໃສ່ພັດທະນາແຫຼ່ງຊັບພະຍາກອນມະນຸດ,ດ້ານວິທະຍາສາດ, ເຕັກໂນໂລຢີ; ປະຕິບັດນະໂຍບາຍບໍາລຸງ-ກໍ່ສ້າງ, ຮັບສະໝັກຜູ້ທີ່ມີຄວາມເກັ່ງກ້າສາມາດ, ມີນະໂຍບາຍເກື້ອກູນ, ເຊີດຊູຖັນແຖວພະນັກງານ ທີ່ເຮັດວຽກກ່ຽວກັບວິທະຍາສາດເຕັກໂນໂລຢີເປັນຢ່າງດີ, ເປັນຕົ້ນແມ່ນບັນດາຄວາມເກັ່ງກ້າສາມາດຂອງໄວໜຸ່ມ, ບັນດານັກຊ່ຽວຊານເກັ່ງ ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ພາລະກິດພັດທະນາວິທະຍາສາດ, ເຕັກໂນໂລຢີຂອງປະເທດຊາດ”.
(ແຫຼ່ງຄັດຈາກ VOV)