• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພະບາດສົມເດັດພະບໍລົມມະນຽດມະຫາກະສັດແຫ່ງລາຊະອານາ ຈັກກຳປູເຈຍ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ

ການນຳ ຫວຽດນາມ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພະບາດສົມເດັດພະບໍລົມມະນຽດມະຫາກະສັດ, ການນຳພາຂອງສະພາສູງ, ສະພາແຫ່ງຊາດ, ລັດຖະບານ, ປະຊາຊົນ ສືບຕໍ່ຍາດໄດ້ຜົນງານໃໝ່, ໃຫຍ່ຫຼວງຫຼາຍກວ່າ
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພະບາດສົມເດັດພະບໍລົມມະນຽດມະຫາກະສັດ Norodom Sihamoni (ພາບ: TTXVN)

ຕອນບ່າຍວັນທີ 29 ພະຈິກ, ພະບາດສົມເດັດພະບໍລົມມະນຽດມະຫາກະສັດ Norodom Sihamoni ແຫ່ງລາຊະອານາ ຈັກກຳປູເຈຍ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ, ແຕ່ວັນທີ 28 – 29 ພະຈິກ, ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ.

ໃນຂອບເຂດການຢ້ຽມຢາມ, ທີ່ບັນດາການພົບປະສົນທະນາ, ການນຳ ຫວຽດນາມ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພະບາດສົມເດັດພະບໍລົມມະນຽດມະຫາກະສັດ, ການນຳພາຂອງສະພາສູງ, ສະພາແຫ່ງຊາດ, ລັດຖະບານ, ປະຊາຊົນ ສືບຕໍ່ຍາດໄດ້ຜົນງານໃໝ່, ໃຫຍ່ຫຼວງຫຼາຍກວ່າ ໃນພາລະກິດສ້າງສາປະເທດ ກຳປູເຈຍ ສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນສັງຄົມ; ບັນດາການນຳ ຫວຽດນາມ ສະໜັບສະໜູນວິໄສທັດ, ການກຳນົດທິດພັດທະນາຂອງ ກຳປູເຈຍ ໃນໄລຍະໃໝ່.

ພະບາດສົມເດັດພະບໍລົມມະນຽດມະຫາກະສັດ ກຳປູເຈຍ ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ການໜູນຊ່ວຍຢ່າງໃຫຍ່ຫຼວງ, ລ້ຳຄ່າ, ທັນການ, ມີປະສິດທິຜົນທີ່ ຫວຽດນາມ ສະຫງວນໃຫ້ແກ່ ກຳປູເຈຍ ໃນພາລະກິດຕໍ່ສູ້, ປົກປັກຮັກສາເອກະລາດ ແລະ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດເມື່ອກ່ອນນີ້, ກໍ່ຄືໃນພາລະກິດສ້າງສາປະເທດຊາດໃນປະຈຸບັນ; ຢືນຢັນວ່າ ດ້ວຍຄວາມປາດຖະໜາ ແລະ ຄວາມຕັດສິນໃຈເປັນຢ່າງສູງຂອງບັນດາການນຳ ແລະ ປະຊາຊົນ ກຳປູເຈຍ ຈະສືບຕໍ່ເພີ່ມພູນຄູນສ້າງ ແລະ ຮັກສາການພົວພັນລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top