• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ ກະກຽມຕ້ອນຮັບບຸນເຕັດ

ໃນໄລຍະຜ່ານມາ, ທະຫານ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ ມີຄວາມມານະພະຍາຍາມຫຼາຍຢ່າງ, ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທົດສອບ, ປະຕິບັດສຳເລັດໜ້າທີ່ການເມືອງພິເສດ.
ບັນດາຜູ້ແທນເຂົ້າຮ່ວມລາຍການ

ຕອນບ່າຍວັນທີ 05 ກຸມພາ, ຢູ່ນະຄອນ ຍາຈາງ, ຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ ໄດ້ຈັດການຖ່າຍທອດສົດອວຍພອນບຸນເຕັດປີມະໂລງ 2024 ເຖິງພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ.   

ຜ່ານການຖ່າຍທອດສົດໄດ້ຈັດຂຶ້ນຢູ່ນະຄອນ ຍາຈາງ ເຊື່ອມຕໍ່ 3 ສະຖານທີ່ແມ່ນ 3 ຕາແສງ, ເທດສະບານ, ຂຶ້ນກັບເມືອງເກາະ ເຈື່ອງຊາ, ການນຳແຂວງ ແຄງຮ່ວາ, ຜູ້ຕາງໜ້າບັນດາຄອບຄົວພະນັກງານ, ນັກຮົບຢູ່ເຂດດິນຕໍ່ແຜ່ນໄດ້ພົບປະແລກປ່ຽນ, ໂອ້ລົມກັບພະນັກງານ, ນັກຮົບ, ປະຊາຊົນ, ກຳມະກອນ, ຄູອາຈານທີ່ພວມປະຕິບັດງານຢູ່ເມືອງເກາະ. ພັນຕີ ເລແທັງໂດ້, ຢູ່ເກາະ ຊອງຕືໄຕ, ເມືອງເກາະ ເຈື່ອງຊາ, ແຂວງ ແຄງຮ່ວາ, ໃຫ້ຮູ້ວ່າ:   

“ບັນຍາກາດນີ້ເຮັດໃຫ້ພະນັກງານ, ນັກຮົບບັນເທົາຄວາມຄິດຄອດຄອບຄົວ, ເຫັນວ່າບຸນເຕັດມີຄວາມອົບອຸ່ນກວ່າ. ລະດູບານໃໝ່ວຽນມາ, ພໍ່ແມ່ປະຊາຊົນຢູ່ເຂດດິນຕໍ່ແຜ່ນຈົ່ງອຸ່ນອ່ຽນໃຈ, ພວກເຮົາຍາມໃດກໍ່ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະປະເທດຊາດ, ເພື່ອໃຫ້ພໍ່ແມ່ປະຊາຊົນຕ້ອນຮັບບຸນເຕັດດ້ວຍຄວາມມ່ວນຊື່ນ, ອົບອຸ່ນ”.

ເມື່ອໂອ້ລົມກັບພະນັກງານ, ນັກຮົບ, ປະຊາຊົນເມືອງເກາະ ເຈື່ອງຊາ, ທ່ານ ຫງວຽນຫາຍນິງ, ເລຂາຄະນະພັກແຂວງ ແຄງຮ່ວາ, ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ທະຫານ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ ມີຄວາມມານະພະຍາຍາມຫຼາຍຢ່າງ, ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທົດສອບ, ປະຕິບັດສຳເລັດໜ້າທີ່ການເມືອງພິເສດ, ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ. 

“ບັນດາການເຄື່ອນໄຫວຕ້ອນຮັບລະດູບານໃໝ່, ບຸນເຕັດໄດ້ຈັດຂຶ້ນຢ່າງລອບຄອບທີ່ຖ້ວນ, ພ້ອມກັນນັ້ນ, ກໍ່ປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ. ພວກຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈທີ່ສຸດ, ເມື່ອບັນດາພະນັກງານ, ນັກຮົບ ແລະ ປະຊາຊົນເຂດເກາະທີ່ຫ່າງໄກເປັນເຈົ້າການຕ້ອນຮັບລະດູບານໃໝ່ດ້ວຍຄວາມອົບອຸ່ນ, ມີຄວາມໝາຍ”.

(ແຫຼ່ງຄັດຈາກ VOV)

Viettel ນຳ​ເອົາ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ທັນ​ສະ​ໄໝ​ໄປ​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ​ໃຫຍ່​ສຸດ​ໃນ​ພາກ​ພື້ນ ອາ​ຊີ - ເອີ​ຣົບ

Viettel ນຳ​ເອົາ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ທັນ​ສະ​ໄໝ​ໄປ​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ​ໃຫຍ່​ສຸດ​ໃນ​ພາກ​ພື້ນ ອາ​ຊີ - ເອີ​ຣົບ

SAHA 2026 ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ປ້ອງ​ກັນ​ຊາດ, ການ​ບິນ​ອາ​ວະ​ກາດ ແລະ ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ໃຫຍ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ເອີ​ຣົບ ໄດ້​ເຕົ້າ​ໂຮມ​ວິ​ສາ​ຫະ​ກິດກວ່າ 1700 ແຫ່ງ ທີ່​ມາ​ຈາກ 120 ປະ​ເທດ.

Top